ລັດຖະມົນຕີກະຊວງການຕ່າງປະເທດຈີນຈັດການເຈລະຈາກັບລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

2024-05-15 14:59:39 cri

ວັນທີ 14 ພຶດສະພານີ້, ທ່ານວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ຈັດການເຈລະຈາກັບທ່ານດາໂຕ ເຊຣີ ປາດູກາ ຣາຈິ ເອຣິວັນ ລັດຖະມົນຕີກະຊວງການຕ່າງປະເທດບຣູໄນຢູ່ນະຄອນຫຼວງປັກກິ່ງຂອງຈີນ.

 

ທ່ານວາງຢີ້ກ່າວວ່າ: ພາຍໃຕ້ການຊີ້ນຳນຳພາຂອງປະມຸກລັດສອງປະເທດ, ການພົວພັນຈີນ-ບຣູໄນໄດ້ຮັກສາທ່າອ່ຽງການພັດທະນາຢ່າງໝັ້ນທ່ຽງ, ການຮ່ວມມືໃນຂົງເຂດຕ່າງໆໄດ້ຮັບໝາກຜົນຢ່າງຫຼວງຫຼາຍ. ຈີນຍິນດີຮ່ວມກັບບຣູໄນ, ອີງຕາມຄວາມເຫັນທີ່ເປັນເອກະພາບກັນອັນສຳຄັນຂອງປະມຸກລັດສອງປະເທດ, ລົງເລິກເນື້ອໃນການຮ່ວມມື, ເປີດກວ້າງຂົງເຂດການຮ່ວມມື, ສ້າງເປົ້າໝາຍຍາວນານເພື່ອຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳຈີນ-ບຣູໄນ ແລະຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດກ້າວຂຶ້ນສູ່ລະດັບໃໝ່.

 

ທ່ານເອຣິວັນກ່າວວ່າ: ບຣູໄນແມ່ນມີຄວາມເອົາໃຈໃສ່ໃນລະດັບສູງຕໍ່ການພົວພັນກັບຈີນ ແລະເດັດດ່ຽວປະຕິບັດຕາມນະໂຍບາຍປະເທດຈີນດຽວ.