ລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍກ່າວວ່າ: ການປະສານງານລະຫວ່າງຣັດເຊຍ-ຈີນໄດ້ເສີມຂະຫຍາຍບົດບາດກ້ຳເກີ່ງທີ່ສຳຄັນທີ່ສຸດໃນວຽກງານສາກົນ

2024-05-15 17:05:56 cri

ວັນທີ 14 ພຶດສະພານີ້, ທ່ານເຊີເກ ລັຟຣົຟ ລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍກ່າວວ່າ, ການປະສານງານລະຫວ່າງຣັດເຊຍ-ຈີນໄດ້ເສີມຂະຫຍາຍບົດບາດກ້ຳເກີ່ງທີ່ສຳຄັນທີ່ສຸດໃນວຽກງານສາກົນ.


ໃນກອງປະຊຸມຄົບຄະນະຂອງຄະນະກຳມະການສະຫະພັນ (ສະພາສູງ) ຣັດເຊຍທີ່ຈັດຂຶ້ນໃນມື້ດຽວກັນ, ທ່ານລັຟຣົຟກ່າວວ່າ, ການເດີນທາງຢ້ຽມຢາມຈີນໃນໄວໆນີ້ຂອງທ່ານວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍ ຈະເພີ່ມທະວີການປະສານງານລະຫວ່າງສອງປະເທດ. ຣັດເຊຍຍິນດີຮ່ວມກັບຈີນ, ຮ່ວມກັນພະຍາຍາມສ້າງລະບຽບການຂອງໂລກທີ່ມີຄວາມຍຸດຕິທຳແລະມີປະຊາທິປະໄຕຫຼາຍກວ່າເກົ່າ.


ທ່ານລັຟຣົຟກ່າວວ່າ, ຣັດເຊຍກັບຈີນພວມພະຍາຍາມຊຸກຍູ້ການປະຕິຮູບລະບົບສາກົນ, ຊຸກຍູ້ໃຫ້ມີລະບຽບການທີ່ເປັນໂລກຫຼາຍເຄົ້າ.