ທ່ານຫວາງຢີ້ສົ່ງໂທລະເລກອວຍພອນໄປຍັງລັດຖະມົນຕີກະຊວງການຕ່າງປະເທດໝູ່ເກາະໂຊໂລມອນຄົນໃໝ່

2024-05-15 15:07:35 cri

ວັນທີ 14 ພຶດສະພານີ້, ທ່ານຫວາງຢີ້ ກຳມະການກົມການເມືອງສູນກາງພັກກອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ສົ່ງໂທລະເລກໄປຍັງທ່ານປີເຕີ ອາໂກວາກາ, ເພື່ອສະແດງຄວາມອວຍພອນຕໍ່ທ່ານທີ່ໄດ້ຮັບການເລືອກຕັ້ງເປັນລັດຖະມົນຕີກະຊວງການຕ່າງປະເທດແລະການຄ້າກັບຕ່າງປະເທດຂອງໝູ່ເກາະໂຊໂລມອນຄົນໃໝ່.

 

ທ່ານຫວາງຢີ້ກ່າວວ່າ: ນັບແຕ່ຈີນແລະໝູ່ເກາະໂຊໂລມອນສ້າງສາຍພົວພັນທາງການທູດເປັນເວລາ 5 ປີມານີ້, ການຮ່ວມມືືທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດແມ່ນໄດ້ຮັບຜົນສຳເລັດຢ່າງອຸດົມສົມບູນ, ໄດ້ກາຍເປັນຄູ່ຮ່ວມຍຸດທະສາດຮອບດ້ານທີ່ເຄົາລົບເຊິ່ງກັນແລະກັນແລະມີການພັດທະນາຮ່ວມກັນໃນຍຸກໃໝ່. ຈີນເອົາໃຈໃສ່ໃນລະດັບສູງຕໍ່ການພັດທະນາການພົວພັນລະຫວ່າງຈີນ-ໝູ່ເກາະໂຊໂລມອນ, ຄອງຄອຍລົງເລິກການສົນທະນາແລກປ່ຽນກັບໝູ່ເກາະໂຊໂລມອນຕື່ມອີກ, ພະຍາຍາມຊຸກຍູ້ການຮ່ວມມືຕົວຈິງໃນຂົງເຂດຕ່າງໆ, ຊຸກຍູ້ການພົວພັນລະຫວ່າງຈີນ-ໝູ່ເກາະໂຊໂລມອນໃຫ້ກ້າວຂຶ້ນສູ່ລະດັບໃໝ່ຢ່າງບໍ່ຢຸດຢັ້ງ.