ນັກທ່ອງທ່ຽວຕ່າງປະເທດທີ່ໄປທ່ຽວໄທໃນຕົ້ນປີ 2024 ໄດ້ມີຫຼາຍກວ່າ 13 ລ້ານເທື່ອຄົນ

2024-05-15 15:02:22 cri

ວັນທີ 14 ພຶດສະພານີ້, ກະຊວງການທ່ອງທ່ຽວ ແລະກິລາໄທໄດ້ເປີດເຜີຍຂໍ້ມູນສະຖິຕິການທ່ອງທ່ຽວຫຼ້າສຸດວ່າ: ແຕ່ວັນທີ 1 ມັງກອນຫາວັນທີ 12 ພຶດສະພານີ້, ນັບລວມແລ້ວ, ໄທໄດ້ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ 13.157.997 ເທື່ອຄົນ, ມູນຄ່າການບໍລິໂພກຂອງນັກທ່ອງທ່ຽວຕ່າງປະເທດມີປະມານ 631,249 ຕື້ບາດ.

 

ຂໍ້ມູນຍັງສະແດງໃຫ້ເຫັນວ່າ: 5 ປະເທດທີ່ມີນັກທ່ອງທ່ຽວມາທ່ຽວໄທຫຼາຍທີ່ສຸດແມ່ນຈີນ, ມາເລເຊຍ, ຣັດເຊຍ, ສ ເກົາຫຼີ ແລະອິນເດຍຕາມລຳດັບ.