ກະຊວງການຕ່າງປະເທດຈີນ: ຖ້າຟີລິບປິນສວຍໃຊ້ຄວາມໃຈດີຂອງຈີນ ຈີນຈະປົກປັກຮັກສາອະທິປະໄຕ ແລະຕອບໂຕ້ຕາມກົດໝາຍ

2024-05-15 22:30:31 cri

ວັນທີ 15 ພຶດສະພານີ້, ທ່ານວ່າງເວີນປີ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຖາມວ່າ: ມື້ນີ້, ມີສາມັນຊົນ 200 ຄົນຂີ່ເຮືອປະມົງ 5 ລໍາເດີນທາງອອກຈາກຟີລິບປິນໄປສູ່ເຂດທະເລອ້ອມເກາະຮວງຢຽນ, ອົງການທີ່ກ່ຽວຂ້ອງກ່າວວ່າ ການເດີນເຮືອຄັ້ງນີ້ມີຈຸດປະສົງເພື່ອປົກປັກຮັກສາສິດ ແລະຜົນປະໂຫຍດຂອງເຂົາເຈົ້າທີ່ມີຕໍ່ເຂດທະເລທີ່ມີຄວາມຂັດແຍ້ງກັນ, ຂໍຖາມວ່າ ກະຊວງການຕ່າງປະເທດຈີນໄດ້ຮູ້ເລື່ອງນີ້ບໍ? ແລະຝ່າຍຈີນວິເຄາະແນວໃດຕໍ່ເລື່ອງນີ້?


ທ່ານວ່າງເວີນປີ່ນຕອບວ່າ: ເກາະຮວງຢຽນແມ່ນຜືນແຜ່ນດິນຂອງຈີນ, ຈີນມີອະທິປະໄຕເໜືອເກາະຮວງຢຽນ ແລະເຂດທະເລອ້ອມແອ້ມທີ່ໂຕ້ຖຽງກັນບໍ່ໄດ້. ປີ 2016, ຈີນໄດ້ທໍາການຈັດວາງດ້ວຍຄວາມໃຈດີກ່ຽວກັບເຮືອປະມົງຂະໜາດນ້ອຍຈໍານວນໜຶ່ງຂອງຟີລິບປິນດໍາເນີນການປະມົງຢ່າງເປັນປົກກະຕິຢູ່ເຂດທະເລອ້ອມເກາະຮວງຢຽນ, ພ້ອມທັງໄດ້ດໍາເນີນການຄຸ້ມຄອງ ແລະຕິດຕາມຕໍ່ການເຄື່ອນໄຫວທີ່ກ່ຽວຂ້ອງຂອງຊາວປະມົງຟີລິບປິນ.


ທ່ານວ່າງເວີນປີ່ນຊີ້ໃຫ້ເຫັນວ່າ: ຖ້າຟີລິບປິນສວຍໃຊ້ຄວາມໃຈດີຂອງຈີນ, ລ່ວງລໍ້າອະທິປະໄຕດ້ານຜືນແຜ່ນດິນ ແລະສິດຄອບຄອງຂອງຈີນ, ຈີນຈະປົກປັກຮັກສາອະທິປະໄຕ ແລະຕອບໂຕ້ຕາມກົດໝາຍ, ຄວາມຮັບຜິດຊອບ ແລະຜົນຮ້າຍທີ່ກ່ຽວຂ້ອງຈະຫາບແບກໂດຍຝ່າຍຟີລິບປິນທັງໝົດ.