ກະຊວງການຄ້າຈີນຕອບໂຕ້ອາເມຣິກາເພີ່ມການເກັບພາສີ 301 ຕໍ່ສິນຄ້າຈີນຈຳນວນໜຶ່ງ ໂດຍສະແດງໃຫ້ເຫັນວ່າ, ຈີນເດັດດ່ຽວຄັດຄ້ານແລະຕໍ່ວ່າທັກທ້ວງຢ່າງເຄັ່ງຂຶມ

2024-05-15 17:04:55 cri


ວັນທີ 14 ພຶດສະພານີ້, ໂຄສົກກະຊວງການຄ້າຈີນກ່າວວ່າ, ເມື່ອໄດ້ດຳເນີນການສຳຫຼວດຄືນເປັນເວລາ 4 ປີຕໍ່ການເກັບພາສີ 301 ເພີ່ມຕໍ່ສິນຄ້າຈີນ, ວັນທີ 14 ພຶດສະພານີ້, ອາເມຣິກາໄດ້ປະກາດຜົນການສຳຫຼວດວ່າ, ບົນພື້ນຖານພາສີເຂົ້າດ່ານ 301 ຕໍ່ສິນຄ້າຈີນທີ່ມີຢູ່ແລ້ວນັ້ນ, ຈະຍົກສູງພາສີເຂົ້າດ່ານເພີ່ມອີກຕໍ່ສິນຄ້າຕ່າງໆທີ່ນຳເຂົ້າຈາກຈີນ ເຊັ່ນ: ລົດໄຟຟ້າ, ແບັດເຕີລີລິດທຽມ ແລະສິນຄ້າອື່ນໆ. ໃນເລື່ອງນີ້ຈີນໄດ້ເດັດດ່ຽວຄັດຄ້ານແລະຕໍ່ວ່າທັກທ້ວງຢ່າງເຄັ່ງຂຶມ.


ອາເມຣິກາຍົກສູງພາສີ 301 ໄດ້ຝ່າຝືນກັບຄຳໝັ້ນສັນຍາທີ່ “ບໍ່ສະແຫວງຫາແນວກົດດັນແລະຖ່ວງດຶງການພັດທະນາຂອງຈີນ” “ບໍ່ສະແຫວງຫາການຕັດຂາດຕ່ອງໂສ້ກັບຈີນ” ຂອງທ່ານໄບເດັນ ປະທານາທິບໍດີອາເມຣິກາ, ແລະກໍ່ບໍ່ສອດຄ່ອງກັບຄວາມເຫັນທີ່ເປັນເອກະພາບກັນຂອງປາມຸກລັດສອງປະເທດ. ອົງການການຄ້າໂລກໄດ້ຕັດສິ້ນມາດົນແລ້ວວ່າ ພາສີ 301 ໄດ້ລະເມີດກັບກະຕິກາຂອງອົງການການຄ້າໂລກ. ສະນັ້ນອາເມຣິກາຄວນແກ້ໄຂຄວາມຜິດພາດໃນທັນທີ, ຍົກເລີກມາດຕະການເກັບພາສີເພີ່ມຕໍ່ຈີນ. ຈີນຈະໃຊ້ມາດຕະການຢ່າງເດັດດ່ຽວ, ເພື່ອຮັກສາສິດແລະຜົນປະໂຫຍດຂອງຕົນ.