ພິມຈຳໜ່າຍປຶ້ມ “ຮຽບຮຽງທັດສະນະຂອງທ່ານສີຈິ້ນຜິງກ່ຽວກັບຄວາມທັນສະໄໝແບບຈີນ” ສະບັບພາສາຣັດເຊຍ

2024-05-15 21:58:55 cri



ປຶ້ມ “ຮຽບຮຽງທັດສະນະຂອງທ່ານສີຈິ້ນຜິງກ່ຽວກັບຄວາມທັນສະໄໝແບບຈີນ” ສະບັບພາສາຣັດເຊຍທີ່ ແປໂດຍສະຖາບັນຄົ້ນຄວ້າປະຫວັດສາດພັກແລະບົດນິພົນຂອງສູນກາງ ພັກກອມມູນິດຈີນໄດ້ຮັບການຈັດພິມໂດຍສຳນັກພິມຮຽບຮຽງແລະການແປສູນກາງຈີນ ແລະ ເລີ່ມຈຳໜ່າຍຢູ່ພາຍໃນປະເທດຈີນແລະຕ່າງປະເທດໃນຫວ່າງມໍ່ໆມານີ້. 
 

ປຶ້ມ “ຮຽບຮຽງທັດສະນະຂອງທ່ານສີຈິ້ນຜິງກ່ຽວກັບຄວາມທັນສະໄໝແບບຈີນ ໄດ້ຮິບໂຮມທັດສະນະສຳຄັນຕ່າງໆຂອງທ່ານສີຈິ້ນຜິງໂດຍປີ່ນອ້ອມຄວາມທັນສະໄໝແບບຈີນນັບແຕ່ເດືອນພະຈິກປີ 2012 ຫາເດືອນຕຸລາປີ 2023. ປຶ້ມດັ່ງກ່າວສະບັບເປັນພາສາຣັດເຊຍ,  ພາສາອັງກິດ ແລະ ພາສາຝຣັ່ງທີ່ໄດ້ພິມຈຳໜ່າຍໄປກ່ອນໜ້ານີ້ແມ່ນມີຄວາມໝາຍທີ່ສຳຄັນສຳລັບຜູ້ອ່ານຕ່າງປະເທດໃນການເຂົ້າໃຈລະບົບທິດສະດີແລະຄວາມຮຽກຮ້ອງດ້ານພຶດຕິກຳຂອງຄວາມທັນສະໄໝແບບຈີນຢ່າງເລິກເຊິ່ງພ້ອມທັງການສ້າງຄວາມຮັບຮູ້ທີ່ເປັນເອກະພາບກັນກ່ຽວກັບການບັນລຸຄວາມທັນສະໄໝຂອງໂລກທີ່ມີການພັດທະນາໂດຍສັນຕິ, ການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະຄວາມຈະເລີນຮຸ່ງເຮືອງຮ່ວມກັນ.