ການຂົນສົ່ງສິນຄ້າຂາເຂົ້າຂາອອກປະເພດອະຫານສົດຕາມທາງລົດໄຟຈີນ-ລາວເພີ່ມຂຶ້ນ, ໃນນັ້ນ ໝາກໄມ້ນຳເຂົ້າກວມອັດຕາສູງ

2024-05-15 17:03:34 cri


ທາງລົດໄຟຈີນ-ລາວ ແມ່ນຊ່ອງທາງຂົນສົ່ງສຳຄັນທີ່ເຊື່ອມຕໍ່ຕະຫຼາດໝາກໄມ້ແລະຜັກຂອງຈີນແລະອາຊີຕາເວັນອອກສຽງໃຕ້. ວັນທີ 14 ພຶດສະພານີ້, ກຸ່ມບໍລິສັດທາງລົດໄຟຈີນຈຳກັດສາຂາຄຸນໝີງແຈ້ງຂ່າວວ່າ, ນັບແຕ່ຕົ້ນປີນີ້ເປັນຕົ້ນມາ, ຈຳນວນຂົນສົ່ງສິນຄ້າຂາເຂົ້າ-ຂາອອກປະເພດອາຫານສົດຕາມທາງລົດໄຟຈີນ-ລາວໄດ້ບັນລຸເຖິງ 64.000 ໂຕນ, ໃນນັ້ນ, ໝາກໄມ້ທີ່ຈີນນຳເຂົ້າຈາກປະເທດອາຊີຕາເວັນອອກສຽງໃຕ້ມີເຖິງ 58.000 ໂຕນ. ປະລິມານໝາກໄມ້ເປັນຈຳນວນຫຼວງຫຼາຍຈາກອາຊີຕາເວັນອອກສຽງໃຕ້ໄດ້ລັ່ງໄຫຼເຂົ້າຕະຫຼາດຈີນໃນເດືອນພຶດສະພານີ້ແລ້ວ, ຈຳນວນຂົນສົ່ງໝາກໄມ້ແລະຜັກທີ່ຂາເຂົ້າຂາອອກຜ່ານດ່ານທາງລົດໄຟບໍ່ຫານຢູ່ຊາຍແດນຈີນ-ລາວກໍ່ໄດ້ເພີ່ມຂຶ້ນຫຼາຍທີ່ສຸດ, ໂດຍສະເລ່ຍແລ້ວ, ຈະມີຢູ່ມື້ລະ 1.500 ໂຕນຂຶ້ນໄປ.