ນັບແຕ່ວັນທີ 15 ພຶດສະພານີ້ເປັນຕົ້ນມາ ກຸ່ມນັກທ່ອງທ່ຽວຕ່າງປະເທດທີ່ເດີນທາງເຂົ້າມາທ່ອງທ່ຽວຈີນໂດຍເຮືອສຳລານສາມາດເຂົ້າເມືອງຈີນໄດ້ໂດຍບໍ່ຕ້ອງມີວີຊາ

2024-05-16 14:52:54 cri

ວັນທີ 15 ພຶດສະພານີ້, ນັກຂ່າວໄດ້ຮັບຂໍ້ມູນຈາກກອງປະຊຸມຖະແຫຼງຂ່າວຂອງກົມຄຸ້ມຄອງຊາວຍົກຍ້າຍແຫ່ງຊາດຈີນວ່າ: ນັບແຕ່ວັນທີ 15 ພຶດສະພານີ້ເປັນຕົ້ນມາ, ຈີນໄດ້ປະຕິບັດນະໂຍບາຍຍົກເວັ້ນວີຊາຕໍ່ກຸ່ມນັກທ່ອງທ່ຽວຕ່າງປະເທດທີ່ເດີນທາງເຂົ້າມາທ່ອງທ່ຽວຈີນໂດຍເຮືອສຳລານ. ກຸ່ມນັກທ່ອງທ່ຽວຕ່າງປະເທດ (2 ຄົນຂຶ້ນໄປ) ທີ່ເຂົ້າມາທ່ອງທ່ຽວຈີນໂດຍເຮືອສຳລານທີ່ໄດ້ຮັບການຕ້ອນຮັບຈາກສຳນັກງານທ່ອງທ່ຽວພາຍໃນປະເທດຈີນແມ່ນສາມາດເດີນທາງເຂົ້າເມືອງຈີນໄດ້ຈາກທ່າເຮືອສຳລານທັງໝົດທີ່ມີຢູ່ຕາມແຄມຝັ່ງທະເລໂດຍບໍ່ຕ້ອງມີວີຊາເປັນເວລາບໍ່ເກີນ 15 ວັນ.