ທ່ານສີຈິ້ນຜິງໄດ້ຕອບຈົດໝາຍເພື່ອໃຫ້ກຳລັງໃຈແກ່ພໍ່ແມ່ພີ່ນ້ອງທີ່ຢູ່ຕີນກຳແພງເມືອງຈີນຕອນປ່າຕາຫຼີງຂອງນະຄອນຫຼວງປັກກິ່ງ

2024-05-16 14:44:42 cri

ວັນທີ 14 ພຶດສະພານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດຈີນ, ປະທານຄະນະກຳມະການການທະຫານສູນກາງຈີນໄດ້ຕອບຈົດໝາຍໃຫ້ກັບພໍ່ແມ່ພີ່ນ້ອງຂອງບ້ານຊືເຊຍຕາແສງປ່າຕາຫຼີງເມືອງຢານຊິ້ງຂອງນະຄອນຫຼວງປັກກິ່ງ ເພື່ອສະແດງຄວາມຢື້ຢາມຖາມຂ່າວຢ່າງຈິງໃຈ ແລະຄວາມຄາດຫວັງທີ່ກະຕືລືລົ້ນ.

 

ທ່ານສີຈິ້ນຜິງກ່າວເນັ້ນໜັກວ່າ: ກຳແພງເມືອງຈີນແມ່ນສັນຍາລັກທີ່ເປັນຕົວແທນຂອງປະຊາຊາດຈີນ ແລະສັນຍາລັກທີ່ສຳຄັນຂອງອາລິຍະທຳຈີນ. ການປົກປັກຮັກສາ ແລະສືບທອດມໍລະດົກວັດທະນະທຳທາງປະຫວັດສາດນີ້ແມ່ນຄວາມຮັບຜິດຊອບຮ່ວມກັນຂອງພວກເຮົາ. ຫວັງວ່າທຸກຄົນຈະຮ່ວມກັນປົກປັກຮັກສາກຳແພງເມືອງຈີນຄືກັບຮັກສາບ້ານເມືອງຂອງຕົນ, ສົ່ງເສີມວັດທະນະທຳກຳແພງໃຫຍ່, ເລົ່າເລື່ອງລາວຂອງກຳແພງເມືອງຈີນໃຫ້ດີ, ເພື່ອເຮັດໃຫ້ມີຄົນຫຼາຍກວ່າເກົ່າເຂົ້າໃຈ ແລະຮ່ວມກັນປົກປັກຮັກສາກຳແພງເມືອງຈີນ, ເຮັດໃຫ້ຊັບສິນອັນລ້ຳຄ່າຂອງບັນພະບຸລຸດພວກເຮົາສືບທອດໄປທຸກເຊັ່ນຄົນ.