ທ່ານຫວາງຢີ້ແລະຮອງນາຍົກລັດຖະມົນຕີປາກິດສະຖານຈັດການສົນທະນາດ້ານຍຸດທະສາດລະຫວ່າງລັດຖະມົນຕີກະຊວງການຕ່າງປະເທດຈີນແລະປາກິດສະຖານຄັ້ງທີ 5

2024-05-16 15:31:12 cri

 

ວັນທີ 15 ພຶດສະພານີ້, ຢູ່ນະຄອນຫຼວງປັກກິ່ງຂອງຈີນ, ທ່ານຫວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດຈີນແລະທ່ານອິສັກ ດາຣ ຮອງນາຍົກລັດຖະມົນຕີ ທັງເປັນ ລັດຖະມົນຕີກະຊວງການຕ່າງປະເທດຂອງປາກິດສະຖານໄດ້ຈັດການສົນທະນາດ້ານຍຸດທະສາດລະຫວ່າງລັດຖະມົນຕີກະຊວງການຕ່າງປະເທດຈີນແລະປາກິດສະຖານຄັ້ງທີ 5. ທ່ານຫວາງຢີ້ກ່າວວ່າ: ຈີນເຊື່ອວ່າ, ພາຍໃຕ້ການນຳພາຂອງລັດຖະບານຊຸດໃໝ່, ປາກິດສະຖານຈະກ້າວເຂົ້າສູ່ໄລຍະໃໝ່ທີ່ມີຄວາມສາມັກຄີໃນດ້ານການເມືອງ, ສັງຄົມມີສະຖຽນລະພາບ, ຄວາມໝັ້ນຄົງຢູ່ໃຕ້ການຄວບຄຸມແລະການພັດທະນາແບບຍືນຍົງ. ຈີນຈະຮ່ວມກັນກັບປາກິດສະຖານສະໜັບສະໜູນເຊິ່ງກັນແລະກັນ, ຮ່ວມທຸກຮ່ວມສຸກ, ກ້າວເດີນໄປໜ້າຮ່ວມກັນ, ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຈີນ-ປາກິດສະຖານໃຫ້ກ້າວເຂົ້າສູ່ລະດັບໃໝ່.

 

ທ່ານອິສັກ ດາຣກ່າວວ່າ, ຄອງຄອຍລົງເລິກການຮ່ວມມືຕົວຈິງໃນແຕ່ລະຂົງເຂດລະຫວ່າງປາກິດສະຖານ-ຈີນ. ປາກິດສະຖານເດັດດ່ຽວທັບມ້າງອິດທິກຳລັງຫົວຮຸນແຮງກໍ່ການຮ້າຍ, ພະຍາຍາມສຸດຂີດເພື່ອຮັບປະກັນຄວາມປອດໄພຂອງຄົນຈີນແລະອົງການຈີນຢູ່ປາກິດສະຖານ.