ຈີນໃຫ້ຄວາມສຳຄັນຕໍ່ການສ້າງຫຼັກສູດການເມືອງແນວຄິດຢູ່ສະຖາບັນການສຶກສາໃນຍຸກໃໝ່

2024-05-16 17:09:02 cri


ຫວ່າງມໍ່ໆມານີ້, ກອງປະຊຸມສົ່ງເສີມການສ້າງຫຼັກສູດການເມືອງແນວຄິດ ຢູ່ສະຖາບັນການສຶກສາໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງຂອງຈີນ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະ ເທດຈີນໄດ້ໃຫ້ທິດຊີ້ນຳທີ່ສຳຄັນ ໂດຍເນັ້ນໜັກວ່າ: ຄະນະພັກ (ຈຸພັກການນຳ) ຂັ້ນຕ່າງໆຕ້ອງຈັດເອົາວຽກງານການສ້າງຫຼັກສູດການເມືອງແນວຄິດເຂົ້າໃນວາລະທີ່ສຳຄັນ,ສະຖາບັນການສຶກສາທຸກປະເພດທຸກຂັ້ນຕ້ອງມີຄວາມຕື່ນຕົວໃນການແບກຫາບໜ້າທີ່ຫຼັກ, ບຸກເບີກສະພາບການໃໝ່ດ້ານການສຶກສາການເມືອງ ແນວຄິດໃນຍຸກໃໝ່ຢ່າງບໍ່ຢຸດຢັ້ງ, ພະຍາຍາມສູ້ຊົນບຳລຸງສ້າງຄົນໃໝ່ຂອງ ຍຸກສະໄໝທີ່ພັກໄວ້ໃຈໄດ້, ຮັກຊາດ, ມີຈິດໃຈອຸທິດຕົນ, ແບກຫາບໜ້າທີ່ ອັນໜັກໜ່ວງແຫ່ງການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງປະຊາຊາດຈີນໃຫ້ຫຼາຍກວ່າເກົ່າ.

ການສຶກສາການເມືອງແນວຄິດແມ່ນວິທີສຳຄັນໃນການຊ່ວຍສ້າງໃຫ້ນັກຮຽນນັກສຶກສາ ມີໂລກະທັດ, ຊີວະທັດ ແລະ ຄ່ານິຍົມທີ່ຖືກຕ້ອງ. ຄວາມໝາຍ ຂອງການຍົກສູງການສຶກສາການເມືອງແນວຄິດຢູ່ສະຖາບັນການສຶກສາບໍ່ພຽງແຕ່ ສາມາດສ້າງຄຸນສົມບັດດ້ານແນວຄິດຂອງນັກຮຽນນັກສຶກສາໄດ້ເທົ່ານັ້ນ, ຍັງສາ ມາດບຳລຸງສ້າງເຂົາເຈົ້າໃຫ້ກາຍເປັນພົນລະເມືອງຍຸກປັດຈຸບັນທີ່ມີໜ້າທີ່ຮັບຜິດຊອບຕໍ່ສັງຄົມ ແລະ ມີພາລະກຳປະຫວັດສາດ. ໃນກະແສໂລກາພິວັດ ແລະການຫັນ ເປັນເຕັກໂນໂລຊີຂໍ້ມູນຂ່າວສານ, ການເພີ່ມທະວີແລະປັບປຸງການສຶກສາການ ເມືອງແນວຄິດແມ່ນມີບົດບາດສຳຄັນທີ່ສິ່ງອື່ນເຂົ້າມາທົດແທນບໍ່ໄດ້ຕໍ່ການບຳລຸງສ້າງຜູ້ສ້າງສາທີ່ໄດ້ມາດຕະຖານແລະຜູ້ສືບທອດທີ່ໄວ້ໃຈໄດ້ ແລະ ບັນລຸການຟື້ນຟູ ຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນ.