ລັດຖະມົນຕີກະຊວງການຕ່າງປະເທດແລະການຮ່ວມມືໃນອາຟຣິກາຕາເວັນອອກຂອງຕັງຊານີ ຈະຢ້ຽມຢາມຈີນ

2024-05-16 17:06:26 cri


ວັນທີ 15 ພຶດສະພານີ້, ທ່ານວ່າງເວີນປິ່ນ, ໂຄສົກກະຊວງການຕ່າງປະເທດຈີນປະກາດວ່າ: ໂດຍຕອບສະໜອງຕາມການເຊື້ອເຊີນຂອງທ່ານວາງຢີ້, ກຳມະການກົມການເມືອງສູນກາງພັກກອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດຈີນ, ທ່ານຈານູອາຣີ ຢູຊູຟ ມາຄາມບາ ລັດຖະມົນຕີກະຊວງການຕ່າງປະເທດແລະການຮ່ວມມືໃນອາຟຣິກາຕາເວັນອອກຂອງຕັງຊານີ ຈະເດີນທາງມາຢ້ຽມຢາມຈີນຢ່າງເປັນທາງການລະຫວ່າງວັນທີ 16 ຫາ 20 ພຶດສະພານີ້.