ການຂຶ້ນອັດຕາພາສີຕາມລຳພັງໃຈມີແຕ່ຈະທຳລາຍຜົນປະໂຫຍດຂອງອາເມຣິກາເທື່ອແລ້ວເທື່ອອີກເທົ່ານັ້ນ

2024-05-16 17:14:50 cri

ພາຍຫຼັງລັດຖະບານອາເມຣິກາປະກາດຂຶ້ນອັດຕາພາສີຕໍ່ສິນຄ້າທີ່ນຳເຂົ້າຈາກຈີນໃນວັນທີ 14 ພຶດສະພານີ້ແລ້ວ, ສື່ມວນຊົນປະເທດຕ່າງໆລ້ວນແຕ່ລາຍງານວ່າ: ອາເມຣິກາໄດ້ຫັນະເອົາບັນຫາເສດຖະກິດການຄ້າມາເປັນບັນຫາການເມືອງຢ່າງຕໍ່ເນື່ອງ ແລະ ທຳລາຍການໄປມາຫາສູ່ດ້ານເສດຖະກິດການຄ້າທີ່ເປັນປົກະຕິລະຫວ່າງຈີນແລະອາເມຣິກາ ເຊິ່ງຈະທຳລາຍການພັດທະນາຂອງອຸດສາຫະກຳທີ່ກ່ຽວຂ້ອງ ແລະ ຈະທຳລາຍຜົນປະໂຫຍດຂອງອາເມຣິກາເອງໃນທີ່ສຸດ.


ເທື່ອນີ້, ອາເມຣິກາໄດ້ຂຶ້ນອັດຕາພາສີຕໍ່ລົດໃຊ້ພະລັງງານໄຟຟ້າທີ່ນຳເຂົ້າຈາກຈີນແບບຜິດປົກະຕິ ຄື: ໄດ້ເພີ່ມຂຶ້ນຈາກ 27,5% ເປັນ 102,5%, ໄດ້ຂຶ້ນອັດຕາພາສີນຳເຂົ້າແບດເຕີຣີພະລັງງານແສງຕາເວັນຈາກ 25% ຂຶ້ນເປັນ 50% ແລະ ພາສີນຳເຂົ້າແບດເຕີຣີລີທຽມໄດ້ຈາກ 7,5% ຂຶ້ນເປັນ 25%. ຈາກນີ້ເຫັນໄດ້ວ່າ: ເທື່ອນີ້, ລັດຖະບານອາເມຣິກາໄດ້ແນໃສ່ອຸດສາຫະກຳທີ່ກ່ຽວຂ້ອງກັບພະລັງງານໃໝ່ຂອງຈີນ. ສົມພໍໃນໄລຍະຜ່ານມາ, ເຈົ້າໜ້າທີ່ຂັ້ນສູງຫຼາຍທ່ານຂອງອາເມຣິກາໄດ້ສ້າງກະແສຂ່າວອັນທີ່ເອີ້ນວ່າວ່າ “ຄວາມສາມາດການຜະລິດຂອງຈີນໃນຂົງເຂດພະລັງງານໃໝ່ເຫຼືອເຟືອ”, ຖ້ອຍຄຳເຫຼົ່ານີ້ຈະສ້າງຂໍ້ອ້າງໃຫ້ແກ່ການຂຶ້ນອັດຕາພາສີຕໍ່ຜະລິດຕະພັນເຫຼົ່ານີ້ຂອງຈີນເທົ່ານັ້ນ.

ອາເມຣິກາຂຶ້ນອັດຕາພາສີອີກແບບນີ້ ຈະມີຜົນປະໂຫຍດຕໍ່ອາເມຣິກາເອງຫຼືບໍ່? ຍ້ອນມາດຕະການຈຳກັດຕ່າງໆຂອງອາເມຣິກາ, ກ່ອນໜ້ານີ້, ລົດໃຊ້ພະລັງງານໄຟຟ້າ, ແບດເຕີຣີລີທຽມ ແລະ ແຜ່ນຊິບຂອງຈີນບໍ່ໄດ້ເຂົ້າເຖິງຕະຫຼາດອາເມຣິກາຢ່າງຫຼວງຫຼາຍ. ຕົວເລກຂໍ້ມູນສະແດງໃຫ້ເຫັນວ່າ: ປັດຈຸບັນນີ້, ລົດໃຊ້ພະລັງງານໄຟຟ້າ, ຜະລິດຕະພັນທາງການແພດ ແລະ ຜະລິດຕະພັນເຄິ່ງຕົວນຳຂອງຈີນໄດ້ກວມພຽງແຕ່ 5,9% ຂອງສິນຄ້າຈີນທັງໝົດທີ່ສົ່ງເຂົ້າຕະຫຼາດອາເມຣິກາ, ຍັງບໍ່ເຖິງ 1% ຂອງຍອດມູນຄ່າການຄ້າສົ່ງອອກຂອງຈີນ. ສະນັ້ນ, “ຂ່າວເສດຖະກິດຍີ່ປຸ່ນ” ລາຍງານວ່າ: ອຸດສາຫະກຳທີ່ກ່ຽວຂ້ອງຂອງຈີນຈະບໍ່ອີງອາໄສຕະຫຼາດອາເມຣິກາ, ອາເມຣິກາຂຶ້ນອັດຕາພາສີຕໍ່ສິນຄ້າຈີນເຫຼົ່ານີ້ ຈະບໍ່ສາມາດສ້າງຜົນກະທົບຕໍ່ວິສາຫະກິດຂອງຈີນຢ່າງແທ້ຈິງໄດ້.


ພຶດຕິກຳຕົວຈິງສະແດງໃຫ້ເຫັນວ່າ: ອຸດສາຫະກຳພະລັງງານໃໝ່ຂອງຈີນໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງແທ້ຈິງໃນການແຂ່ງຂັນແບບເປີດກວ້າງ, ບໍ່ພຽງແຕ່ໄດ້ສະໜອງຜະລິດຕະພັນທີ່ອຸດົມສົມບູນໃຫ້ແກ່ຕະຫຼາດໂລກ ແລະ ຜ່ອນຄາຍຄວາມກົດດັນດ້ານເງິນເຟີ້ຂອງທົ່ວໂລກເທົ່ານັ້ນ, ຫາກຍັງໄດ້ປະກອບສ່ວນອັນໃຫຍ່ຫຼວງຕໍ່ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການພັດທະນາແບບສີຂຽວຂອງໂລກອີກດ້ວຍ. ອາເມຣິກາພະຍາຍາມກົດດັນຈີນຈົນສຸດວິທີ, ຈະບໍ່ສາມາດກີດຂວາງການພັດທະນາ ແລະ ການສ້າງຄວາມຈະເລີນຮຸ່ງເຮືອງຂອງຈີນ, ຫາກຈະເປັນຜູ້ທຳລາຍກະຕິກາສາກົນຢ່າງແທ້ຈິງ. ການຂຶ້ນອັດຕາພາສີຕາມລຳພັງໃຈ, ໃນທີ່ສຸດ, ຈະທຳລາຍຜົນປະໂຫຍດຂອງອາເມຣິກາເອງນັບມື້ນັບຫຼາຍຂຶ້ນເທົ່ານັ້ນ.