ທ່ານຫຼີສຽງສົ່ງສານອວຍພອນໄປຍັງນາຍົກລັດຖະມົນຕີສິງກະໂປຄົນໃໝ່

2024-05-16 10:40:04 cri

 

ວັນທີ 15 ພຶດສະພານີ້, ທ່ານຫຼີສຽງ, ນາຍົກລັດຖະມົນຕີີຈີນໄດ້ສົ່ງສານໄປຍັງທ່ານ ລໍເຣີນວອງ, ເພື່ອອວຍພອນຕໍ່ທ່ານທີ່ໄດ້ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີສິງປະໂປ. ທ່ານຫຼີສຽງກ່າວວ່າ: ຈີນແລະສິງກະໂປແມ່ນບ້ານໃກ້ເຮືອນຄຽງທີ່ດີແລະຄູ່ຮ່ວມມືທີ່ສຳຄັນ. ນັບແຕ່ສອງປະເທດສ້າງຕັ້ງສາຍພົວພັນທາງການທູດເປັນເວລາ 30 ປີມານີ້, ຄວາມໄວ້ເນື້ອເຊື່ອໃຈກັນດ້ານການເມືອງລະຫວ່າງສອງປະເທດໄດ້ກ້າວເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ, ການຮ່ວມມືໃນແຕ່ລະຂົງເຂດໄດ້ຮັບຜົນສຳເລັດຢ່າງອຸດົມສົມບູນ, ບໍ່ພຽງແຕ່ສະໜອງການຊ່ວຍເຫຼືອໃຫ້ແກ່ການພັດທະນາຕໍ່ກັນເທົ່ານັ້ນ, ແຕ່ຍັງໄດ້້ສ້າງແບບຢ່າງທີ່ດີຕໍ່ການຮ່ວມມືລະຫວ່າງປະເທດຕ່າງໆໃນພາກພື້ນ. ໃນປີ 2023 ທີ່ຜ່ານມານີ້, ສອງປະເທດໄດ້ສ້າງການພົວພັນຄູ່ຮ່ວມທີ່ມີລັກສະນະລ້ຳໜ້າແລະມີຄຸນນະພາບສູງຢ່າງຮອບດ້ານ, ໄດ້ໃຫ້ການຊີ້ນຳຢ່າງຈະແຈ້ງຕໍ່ທິດທາງຍຸດທະສາດຂອງການພົວພັນລະຫວ່າງຈີນ-ສິງກະໂປໃນຍຸກໃໝ່. ຈີນເອົາໃຈໃສ່ໃນລະດັບສູງຕໍ່ການພັດທະນາການພົວພັນລະະຫວ່າງຈີນ-ສິງກະໂປ, ຂ້າພະເຈົ້າຍິນດີຮັກສາການແລກປ່ຽນປະສານງານຢ່າງໃກ້ຊິດກັບທ່ານນາຍົກລັດຖະມົນຕີ ລໍເຣີນວອງ, ຊຸກຍູ້ການຮ່ວມມືທີ່ມີຄຸນນະພາບສູງລະຫວ່າງສອງຝ່າຍ, ປັບປຸງໄມຕີຈິດມິດຕະພາບອັນເປັນມູນເຊື້ອລະຫວ່າງຈີນ-ສິງປະໂປ, ສ້າງຄວາມສຸກໃຫ້ແກ່ປະຊາຊົນສອງຊາດຫຼາຍຂຶ້ນກວ່າເກົ່າ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປົກປັກຮັກສາສັນຕິພາບແລະຄວາມໝັ້ນຄົງເພື່ອຄວາມຈະເລີນຮຸ່ງເຮືອງຂອງພາກພື້ນນີ້.