ທ່ານ ສີຈິ້ນຜິງ ພົບປະກັບທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍ

2024-05-16 17:00:23 cri

     ຕອນເຊົ້າວັນທີ 16 ພຶດສະພານີ້, ຢູ່ຫໍສະພາປະຊາຊົນແຫ່ງຊາດທີ່ນະຄອນຫຼວງປັກກິ່ງ, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ຈັດການພົບປະວົງແຄບກັບທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍທີ່ເດີນທາງມາຢ້ຽມຢາມຈີນທາງລັດຖະກິດ.

      ທ່ານ ສີຈິ້ນຜິງ ໄດ້ສະແດງຄວາມຍິນດີຕ້ອນຮັບຕໍ່ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍທີ່ມາຢ້ຽມຢາມຈີນທາງລັດຖະກິດ ພ້ອມທັງສະແດງຄວາມຊົມເຊີຍຢ່າງຈິງໃຈອີກເທື່ອໜຶ່ງຕໍ່ທ່ານທີ່ໄດ້ສາບານຕົວຂຶ້ນຮັບຕຳແໜ່ງເປັນປະທານາທິບໍດີຣັດເຊຍອີກສະໄໝ. ທ່ານ ສີຈິ້ນຜິງ ຊີ້ໃຫ້ເຫັນວ່າ: ປີນີ້ແມ່ນປີທີ່ສ້າງສາຍພົວພັນທາງການທູດລະຫວ່າງຈີນ-ຣັດເຊຍຄົບຮອບ 75 ປີ. ການພົວພັນລະຫວ່າງສອງປະເທດໄດ້ຜ່ານການທົດສອບຈາກສະຖານະການສາກົນທີ່ມີການປ່ຽນແປງ,ໄດ້ສ້າງແບບຢ່າງທີ່ດີທີ່ເປັນປະເທດໃຫຍ່,ເປັນປະເທດບ້ານໃກ້ເຮືອນຄຽງທີ່ເຄົາລົບເຊິ່ງກັນແລະກັນ,ປະຕິບັດຕໍ່ກັນດ້ວຍຄວາມຈິງໃຈ,ຢູ່ຮ່ວມກັນຢ່າງຖືກຕ້ອງປອງດອງກັນແລະຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ. ໃນຫຼາຍປີຜ່ານມາ, ຂ້າພະເຈົ້າກັບທ່ານປະທານາທິບໍດີໄດ້ພົບປະກັນເຖິງ 40 ກວ່າຄັ້ງຕາມໆກັນ,ໄດ້ຮັກສາການຕິດຕໍ່ພົວພັນກັນຢ່າງແໜ້ນແຟ້ນ,ໄດ້ໃຫ້ຄຳຊີ້ນຳທາງດ້ານຍຸດທະສາດເພື່ອຮັບປະກັນໃຫ້ການພົວພັນລະຫວ່າງຈີນ-ຣັດເຊຍມີການຂະຫຍາຍຕົວຢ່າງກວ້າງຂວາງ,ປອດໃສແລະໝັ້ນທ່ຽງ. ການຂະຫຍາຍການພົວພັນລະຫວ່າງຈີນ-ຣັດເຊຍຢ່າງໝັ້ນທ່ຽງບໍ່ພຽງແຕ່ສອດຄ່ອງກັບຜົນປະໂຫຍດພື້ນຖານຂອງສອງປະເທດກໍຄືປະຊາຊົນສອງຊາດເທົ່ານັ້ນ,ຫາກຍັງມີຜົນດີຕໍ່ສັນຕິພາບ,ສະຖຽນລະພາບ,ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນກໍຄືຂອງໂລກອີກດ້ວຍ. ໃນຂະບວນການພັດທະນາອັນໃໝ່,ຈີນຍິນດີຮ່ວມກັບຝ່າຍຣັດເຊຍເປັນບ້ານໃກ້ເຮືອນຄຽງທີ່ດີຕໍ່ກັນ,ເພື່ອນມິດທີ່ດີຕໍ່ກັນແລະຄູ່ຮ່ວມມືທີ່ດີຕໍ່ກັນທີ່ມີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນຢ່າງສະເໝີຕົ້ນສະເໝີປາຍ,ປັບປຸງໄມຕີຈິດມິດຕະພາບລະຫວ່າງປະຊາຊົນສອງຊາດໃນທຸກເຊັ່ນຄົນໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ,ຮ່ວມກັນບັນລຸການພັດທະນາແລະຄວາມຈະເລີນຂອງປະເທດຕົນ,ຮ່ວມມືກັນປົກປັກຮັກສາຄວາມຍຸຕິທຳແລະຄວາມເປັນທຳຂອງໂລກ.

     ປະມຸກລັດຂອງສອງປະເທດໄດ້ພ້ອມກັນລົງນາມໃນ “ຖະແຫຼງການຮ່ວມກ່ຽວກັບການລົງເລິກການພົວພັນຄູ່ຮ່ວມປະສານງານຍຸດທະສາດຮອບດ້ານໃນຍຸກໃໝ່ເນື່ອງໃນໂອກາດສ້າງສາຍພົວພັນທາງການທູດລະຫວ່າງສາທາລະນະລັດປະຊາຊົນຈີນກັບສະຫະພັນຣັດເຊຍຄົບຮອບ 75 ປີ”.