ໃຜພວມປ່ຽນແປງສະພາບທີ່ເປັນຢູ່ໃນປັດຈຸບັນຂອງຫາດຕື້ນເຢິນອ້າຍ?

2024-05-16 16:56:18 cri

ຫວ່າງມໍ່ໆມານີ້, ທ່ານເອດົວໂດ ອາໂນ ທີ່ເປິກສາການປ້ອງກັນຄວາມໝັ້ນຄົງແຫ່ງຊາດ, ທ່ານກິວເບີໂຕ ເຕວໂດໂຣ ລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ກະຊວງການຕ່າງປະເທດຟີລິບປິນຕ່າງໄດ້ອອກຖະແຫຼງການ ໂດຍປະຕິເສດວ່າ, ຈີນ ແລະ ຟີລິບປກັບຈີນບໍ່ເຄີຍໄດ້ບັນລຸສັນຍາໃດໆ ໃນບັນຫາຫາດຕື້ນເຢິນອ້າຍ. ຕໍ່ເລື່ອງນີ້, ທ່ານຫຼິນຈ້ຽນ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ຈີນໄດ້ສຸມໃສ່ການຄຸ້ມຄອງ ແລະ ຄວບຄຸມຄວາມຂັດແຍ້ງທາງທະເລ ເຊິ່ງລວມທັງບັນຫາຫາດຕື້ນເຢິນອ້າຍກັບຟີລິບປິນ ໂດຍຜ່ານຈາກການສົນທະນາແລະເປິກສາຫາລືກັນຢ່າງສະເໝີຕົ້ນສະເໝີປາຍ, ບໍ່ວ່າຈະແມ່ນ “ສັນຍາປາກຕໍ່ປາກ”, ຄວາມເຂົ້າໃຈກັນເປັນການພາຍໃນ ຫຼືວ່າ “ຮູບແບບໃໝ່”, ລ້ວນແຕ່ໄດ້ສະແດງໃຫ້ເຫັນເຖິງຄວາມພະຍາຍາມ ແລະ ຄວາມຈິງໃຈຂອງຈີນຕໍ່ເລື່ອງນີ້.


ຫາດຕື້ນເຢິນອ້າຍເປັນຫາດຕື້ນທີ່ບໍ່ມີຄົນດຳລົງຊີວິດຢູ່ໃນໝູ່ເກາະໜານຊ່າຂອງຈີນ. ມາດຕາທີ 5 ໃນ “ຖະແຫຼງການແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຈີນໃຕ້” ທີ່ຈີນ ແລະ ບັນດາປະເທດອາຊຽນ ເຊິ່ງລວມທັງຟີລິບປິນໄດ້ຮ່ວມລົງລາຍເຊັນນັ້ນ ໄດ້ລະບຸຢ່າງຈະແຈ້ງວ່າ: ຄວນຮັກສາສະພາບການທີ່ “ບໍ່ມີຄົນ ແລະ ບໍ່ມີສິ່ງກໍ່ສ້າງ” ຂອງເກາະດອນທີ່ບໍ່ມີຄົນຢູ່ທະເລຈີນໃຕ້. ວັນທີ 9 ພຶດສະພາປີ 1999, ກຳປັ່ນຍົກພົນຂຶ້ນບົກເລກ The Sierra Madre mountain Landing Ship ຂອງຟີລິບປິນໄດ້ຕັ້ງໃຈເຂົ້າໄປ “ຄ້າງ” ຢູ່ຫາດຕື້ນເຢິນອ້າຍຢ່າງຜິດກົດໝາຍ. ພາຍຫຼັງຈີນໄດ້ຕໍ່ວ່າທັກທ້ວງຢ່າງເຄັ່ງຂຶມແລ້ວ, ຟີລິບປິນໄດ້ໃຫ້ຄຳໝັ້ນສັນຍາຫຼາຍເທື່ອວ່າ, ຈະລາກແກ່ເອົາກຳປັ່ນຮົບລຳດັ່ງກ່າວນີ້ອອກໄປ ແລະ ກ່າວວ່າ: ຈະບໍ່ເປັນປະເທດທຳອິດທີ່ລະເມີດ “ຖະແຫຼງການແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຈີນໃຕ້”. ແຕ່ 25 ປີຜ່ານໄປແລ້ວ, ຟີລິບປິນຍັງບໍ່ທັນໄດ້ລາກເອົາກຳປັ່ນຮົບລຳດັ່ງກ່າວອອກໄປເທື່ອ.


ໃນໄລຍະທີ່ທ່ານໂຣດຣີໂກ ດູເຕີເຕເປັນປະທານາທິບໍດີຟີລິບປິນ, ເພື່ອຄຸ້ມຄອງແລະຄວບຄຸມສະຖານະການຢູ່ໃນທະເລຈີນໃຕ້ຢ່າງໝັ້ນຄົງ, ຈີນ ແລະ ຟີລິບປິນໄດ້ບັນລຸ “ສັຍາປາກຕໍ່ປາກ” ສະບັບໜຶ່ງ ຄື ຟີລິບປິນໃຫ້ຄຳໝັ້ນສັນຍາວ່າ: ຈະບໍ່ຂົນສົ່ງວັດສະດຸກໍ່ສ້າງໃດໆໃຫ້ແກ່ກຳປັ່ນຮົບທີ່ຄ້າງຢູ່ຫາດຕື້ນເຢິນອ້າຍຢ່າງຜິດກົດໝາຍອີກ; ຈີນຈະມີການຈັດວາງພິເສດເປັນການຊົ່ວຄາວຕໍ່ການຂົນສົ່ງເຄື່ອງຂອງໃນການດຳລົງຊີວິດເຂົ້າໄປແກ່ກຳປັ່ນຮົບລຳດັ່ງກ່າວຂອງຟີລິບປິນ ໂດຍພິຈາລະນາເຖິງປັດໄຈດ້ານມະນຸດສະທຳ. “ສັນຍາປາກຕໍ່ປາກ” ບໍ່ແມ່ນສັນຍາລັບ ແລະ ບໍ່ມີສ່ວນກ່ຽວຂ້ອງກັບອະທິປະໄຕ ແລະ ຫຼັກໝັ້ນຂອງສອງຝ່າຍ. ຍ້ອນວ່າມີສັນຍາດັ່ງກ່າວ, ຈີນ ແລະ ຟີລິບປິນໄດ້ປະລະຄວາມຂັດແຍ້ງກັນ, ປາສະຈາກສິ່ງລົບກວນຈາກພາຍນອກ ແລະ ຊຸກຍູ້ໃຫ້ການພົວພັນລະຫວ່າງສອງຝ່າຍໄດ້ມີການຟື້ນຟູຄວາມເປັນປົກກະຕິ.

ນັບແຕ່ລັດຖະບານຊຸດນີ້ຂອງຟີລິບປິນຂຶຶ້ນຄອງອຳນາດໃນເດືອນມິຖຸນາປີ 2022 ຈົນເຖິງຕົ້ນເດືອນກຸມພາປີ 2023, ພາກສ່ວນທີ່ກ່ຽວຂ້ອງ ແລະ ອົງການຈັດຕັ້ງຕ່າງໆຂອງຈີນ ແລະ ຟີລິບປິນຕ່າງກໍຍັງປະຕິບັດຕາມ“ສັນຍາປາກຕໍ່ປາກ” ດັ່ງກ່າວຢູ່. ນອກນີ້, ຝ່າຍຈີນຍັງໄດ້ແຈ້ງ ແລະ ພົວພັນວຽກງານທີ່ກ່ຽວຂ້ອງກັບສັນຍາດັ່ງກ່າວຕໍ່ການນຳຂັ້ນສູງຂອງລັດຖະບານຟີລິບປິນຫຼາຍເທື່ອ.


ເດືອນກັນຍາປີ 2023, ຝ່າຍຈີນໄດ້ເຊື້ອເຊີນທູດພິເສດຂອງປະທານາທິບໍດີຟີລິບປິນກ່ຽວກັບວຽກງານພິເສດຕໍ່ຈີນມາຢ້ຽມຢາມຈີນ ເພື່ອເປິກສາຫາລືກັນ, ສອງຝ່າຍໄດ້ບັນລຸຄວາມເຂົ້າໃຈກັນເປັນການພາຍໃນ ກ່ຽວກັບການຄຸ້ມຄອງ ແລະ ຄວບຄຸມສະຖານະການຢູ່ຫາດຕື້ນເຢິນອ້າຍ ເຊິ່ງໄດ້ຮັບຄວາມເຫັນດີຈາກການນຳຟີລິບປິນ. ຈາກນັ້ນມາ, ຟີລິບປິນໄດ້ປະຕິບັດຕາມຄວາມເຂົ້າໃຈກັນເປັນການພາຍໃນດັ່ງກ່າວ 1 ເທື່ອ ໃນການຂົນສົ່ງເຄື່ອງຂອງເຂົ້າໄປໃນຫາດຕື້ນເຢິນອ້າຍ. ແຕ່ພາຍຫຼັງມາ, ຟີລິບປິນໄດ້ປະຖິ້ມຄວາມເຂົ້າໃຈກັນເປັນການພາຍໃນດັ່ງກ່າວໄປເລີຍ.


ຕົ້ນປີນີ້, ຝ່າຍຈີນໄດ້ເປິກສາຫາລືກັບເຂດການທະຫານພາກຕາເວັນຕົກຟີລິບປິນຫຼາຍເທື່ອ ໂດຍຜ່ານຊ່ອງທາງການທູດ ແລະ ໄດ້ບັນລຸ “ຮູບແບບໃໝ່” ໃນການຂົນສົ່ງເຄື່ອງຂອງເຂົ້າໄປໃນຫາດຕື້ນເຢິນອ້າຍ. ອັນທີ່ເອີ້ນວ່າ “ຮູບແບບໃໝ່” ເປັນຂໍ້ໜຶ່ງທີ່ຝ່າຍຈີນສະເໜີອອກມາ ເຊິ່ງມີຈຸດປະສົງເພື່ອຄຸ້ມຄອງສັນຍາສັນຕິພາບກ່ຽວກັບສະຖານະການຢູ່ຫາດຕື້ນເຢິນອ້າຍໂດຍສັນຕິ. ອີງຕາມສັນຍາສະບັບນີ້, ຟີລິບປິນໃຫ້ຄຳໝັ້ນສັນຍາວ່າ: ຈະຂົນສົ່ງພຽງແຕ່ອາຫານການກິນ, ນ້ຳດື່ມ ຫຼື ວັດສະດຸທາງມະນຸດສະທຳອື່ນໆໃຫ້ແກ່ກຳປັ່ນຮົບທີ່ຄ້າງຢູ່ຫາດຕື້ນເຢິນອ້າຍ ແລະ ຈະແຈ້ງການຕໍ່ຈີນກ່ອນປະຕິບັດໜ້າທີ່ຂົນສົ່ງ 2 ວັນ. ໃນມື້ປະຕິບັດໜ້າທີ່ຂົນສົ່ງ, ຈີນ ແລະ ຟີລິບປິນຕ່າງຈະສົ່ງກຳປັ່ນຕຳຫຼວດທາງທະເລລຳໜຶ່ງ ແລະ ກຳປັ່ນປະຊາຊົນລຳໜຶ່ງ ເພື່ອປະຕິບັດໜ້າທີ່ທີ່ກ່ຽວຂ້ອງ ແລະ ຮັກສາການແລກປ່ຽນກັນຢ່າງໃກ້ຊິດໃນການປະຕິບັດໜ້າທີ່.


ເຈົ້າໜ້າທີ່ທະຫານຟີລິບປິນໄດ້ຢືນຢັນຫຼາຍເທື່ອແລ້ວວ່າ: “ຮູບແບບໃໝ່” ດັ່ງກ່າວໄດ້ຮັບຄວາມເຫັນດີຈາກທົ່ວຕ່ອງໂສ້ບັນຊາການທາງການທະຫານຟີລິບປິນ ເຊິ່ງລວມທັງລັດຖະມົນຕີປ້ອງກັນປະເທດ ແລະ ທີ່ເປິກສາການປ້ອງກັນຄວາມໝັ້ນຄົງແຫ່ງຊາດຟີລິບປິນ, ຟີລິບປິນໄດ້ປະຕິບັດຕາມ “ຮູບແບບໃໝ່” ເທື່ອ 1 ໃນການຂົນສົ່ງເຄື່ອງຂອງໃນວັນທີ 2 ກຸມພາ ແລ້ວກໍປະຖິ້ມ “ຮູບແບບໃໝ່” ນີ້ອີກ.


ຈີນໄດ້ສຸມໃສ່ການຄຸ້ມຄອງແລະຄວບຄຸມສະຖານະການຢູ່ຫາດຕື້ນເຢິນອ້າຍມາໂດຍຕະຫຼອດ, ໄດ້ຮັກສາການສົນທະນາແລະແລກປ່ຽນກັບຟີລິບປິນດ້ວຍນ້ຳໃຈຮັບຜິດຊອບ ພ້ອມທັງໄດ້ບັນລຸຄວາມເຂົ້າໃຈກັນເປັນການພາຍໃນ ແລະ ການຈັດວາງທີ່ກ່ຽວຂ້ອງຫຼາຍເທື່ອ. ແຕ່ສິ່ງທີ່ເຮັດໃຫ້ຈີນເຂົ້າໃຈຍາກນັ້ນກໍຄື: ເປັນຫຍັງລັດຖະບານຂອງທ່ານເຟີດີນັນ ມາຄົສຈິ່ງປະຕິເສດເທື່ອແລ້ວເທື່ອອີກວ່າເຄີຍໄດ້ບັນລຸຄວາມເຂົ້າໃຈກັນ ແລະ ການຈັດວາງທີ່ກ່ຽວຂ້ອງກັບການຄຸ້ມຄອງແລະຄວບຄຸມສະຖານະການຢູ່ຫາດຕື້ນເຢິນອ້າຍກັບຈີນ? ເປັນຫຍັງກະຊວງປ້ອງກັນປະເທດຟີລິບປິນປະຕິເສດບໍ່ສະແຫວງຫາການແກ້ໄຂຄວາມຂັດແຍ້ງກັນທາງທະເລ ໂດຍຜ່ານຈາກການສົນທະນາ ແລະ ເປິກສາຫາລືກັນກັບຈີນ? ຖ້າວ່າ “ສັນຍາປາກຕໍ່ປາກ” ເປັນຜົນງານຂອງລັດຖະບານຟີລິບປິນຊຸດກ່ອນ, ແຕ່ “ຮູບແບບໃໝ່” ພັດແມ່ນຜົນງານຂອງລັດຖະບານຊຸດປັດຈຸບັນ ແລະ ນັ້ນຖືກພິສູດໃຫ້ເຫັນແລ້ວວ່າ: ສາມາດຄຸ້ມຄອງແລະຄວບຄຸມຄວາມຂັດແຍ້ງກັນ ແລະ ຫຼີກເວັ້ນການປະທະກັນໄດ້, ແຕ່ເປັນຫຍັງຟີລິບປິນພຽງແຕ່ປະຕິບັດເທື່ອດຽວ ແລ້ວກໍໄດ້ປະຖິ້ມ “ຮູບແບບໃໝ່” ໂດຍບໍ່ມີເຫດຜົນ? ແມ່ນໃຜໄດ້ທຳການຕັດສິນປະຖິ້ມ “ຮູບແບບໃໝ່” ກັນແທ້? ຫຼືວ່າການຄຸ້ມຄອງແລະຄວບຄຸມຄວາມຂັດແຍ້ງກັນ ແລະ ຫຼີກເວັ້ນການປະທະກັນໄດ້ຝືນກັບຜົນປະໂຫຍດຂອງອິດທິກຳລັງໃດໜຶ່ງແລ້ວບໍ່?


ທ່ານຫຼິນຈ້ຽນ ໂຄສົກກະຊວງການຕ່າງປະເທດຈີນກ່າວເນັ້ນວ່າ: ຖ້ອຍຄຳທີ່ກ່ຽວຂ້ອງຂອງຟີລິບປິນຈະບໍ່ສາມາດປະຕິເສດເລື່ອງຈິງຕ່າງໆ ຄື ຈີນແລະຟີລິບປິນເຄີຍບັນລຸສັນຍາປາກຕໍ່ປາກ ແລະ ບັນລຸຄວາມເຂົ້າໃຈກັນເປັນການພາຍໃນ ແລະ “ຮູບແບບໃໝ່”. ຄວາມເຂົ້າໃຈກັນເປັນການພາຍໃນ ແລະ ຄວາມເຫັນທີ່ເປັນເອກະພາບກັນດັ່ງກ່າວມີຈຸດປະສົງເພື່ອຄຸ້ມຄອງແລະຄວບຄຸມຄວາມຂັດແຍ້ງກັນ, ຫຼີກເວັ້ນການປະທະກັນ ແລະ ສ້າງຄວາມໄວ້ເນື່ອເຊື່ອໃຈກັນ, ປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບຂອງເຂດທະເລຫາດຕື້ນເຢິນອ້າຍ. ຈີນທວງໃຫ້ຟີລິບປິນຈົ່ງປະຕິບັດຕາມຫຼັກການພື້ນຖານຂອງການໄປມາຫາສູ່ໃນສາກົນ, ເຄົາລົບຄວາມເປັນຈິງ, ປະຕິບັດຕາມຄຳໝັ້ນສັນຍາຂອງຕົນ ແລະ ຢຸດຕິການທ້າທາຍເກາະຜິດແລະລ່ວງລ້ຳອະທິປະໄຕຂອງຈີນ, ກັບຄືນເສັ້ນທາງທີ່ຖືກຕ້ອງ ໃນການຊຳລະແກ້ໄຂຄວາມຂັດແຍ້ງກັນກັບຝ່າຍຈີນ ໂດຍຜ່ານຈາກການສົນທະນາ ແລະ ເປິກສາຫາລືກັນ.