ທ່ານ ຫວາງຢີ້ ຈະເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດຂອງອົງການຮ່ວມມືຊຽງໄຮແລະຢ້ຽມຢາມກາຊັກສະຖານແລະຕັດຈິກິດສະຖານ

2024-05-16 17:13:26 cri

      ວັນທີ 16 ພຶດສະພານີ້, ທ່ານ ວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ປະກາດວ່າ: ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງທ່ານ ມູຣັດ ນວດ ເລອູ ຮອງນາຍົກລັດຖະມົນຕີທັງເປັນລັດຖະມົນຕີກະຊວງການຕ່າງປະເທດກາຊັກສະຖານ ແລະ ທ່ານ ຊີໂຣດຈີດິນ ອັສລົຟ ລັດຖະມົນຕີກະຊວງການຕ່າງປະເທດຕັດຈິກິດສະຖານ, ທ່ານ ຫວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດຈີນຈະເຂົ້າຮ່ວມກອງປະຊຸມສະພາລັດຖະມົນຕີກະຊວງການຕ່າງປະເທດຂອງບັນດາປະເທດສະມາຊິກອົງການຮ່ວມມືຊຽງໄຮລະຫວ່າງວັນທີ 18 ຫາ 21 ພຶດສະພານີ້ພ້ອມທັງຢ້ຽມຢາມກາຊັກສະຖານແລະຕັດຈິກິດສະຖານຢ່າງເປັນທາງການ.