ວາລະສານ “ສິວຊື້” ພິມບົດຄວາມສຳຄັນຂອງທ່ານສີຈິ້ນຜິງທີ່ພາດຫົວເລື່ອງວ່າ “ລົງເລິກການປະຕິຮູບແລະເປີດປະຕູສູ່ພາຍນອກຢ່າງຮອບດ້ານເພີ່ມແຮງຂັບເຄື່ອນທີ່ເຂັ້ມແຂງເຂົ້າໃນຄວາມທັນສະໄໝແບບຈີນຢ່າງຕໍ່ເນື່ອງ”

2024-05-16 15:32:13 cri

 

ວາລະສານ “ສິວຊື້” (ສະແຫວງຫາຄວາມເປັນຈິງ) ສະບັບທີ 10 ທີ່ພິມຈຳໜ່າຍໃນວັນທີ 16 ພຶດສະພານີ້ໄດ້ພິມບົດຄວາມສຳຄັນຂອງທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດແຫ່ງ ສປ ຈີນ, ປະທານຄະນະກຳມະການການທະຫານສູນກາງຈີນທີ່ພາດຫົວເລື່ອງວ່າ: “ລົງເລິກການປະຕິຮູບແລະເປີດປະຕູສູ່ພາຍນອກຢ່າງຮອບດ້ານເພີ່ມແຮງຂັບເຄື່ອນທີ່ເຂັ້ມແຂງເຂົ້າໃນຄວາມທັນສະໄໝແບບຈີນຢ່າງຕໍ່ເນື່ອງ”

.

 

ບົດຄວາມໄດ້ກ່າວເນັ້ນໜັກວ່າ: ການປະຕິຮູບແລະເປີດປະຕູສູ່ພາຍນອກແມ່ນເປັນກຸນແຈອັນສຳຄັນທີ່ຈະເຮັດໃຫ້ຄວາມທັນສະໄໝແບບຈີນໄດ້ຮັບໄຊຊະນະ. ແລະໄດ້ຊີ້ອອກວ່າ: ການຍຶດໝັ້ນແລະພັດທະນາສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ຕ້ອງສອດຄ່ອງກັບການພັດທະນາຂອງກຳລັງການຜະລິດທາງສັງຄົມແລະປັບປຸງການພົວພັນການຜະລິດຢ່າງບໍ່ຢຸດຢັ້ງ, ສອດຄ່ອງກັບການພັດທະນາຂອງພື້ນຖານເສດຖະກິດແລະປັບປຸງໂຄງສ້າງຊັ້ນເທິງໃຫ້ສົມບູນຂຶ້ນກວ່າເກົ່າຢ່າງບໍ່ຢຸດຢັ້ງ. ການຊຸກຍູ້ຄວາມທັນສະໄໝແບບຈີນ, ຕ້ອງລົງເລິກການປະຕິຮູບແລະເປີດປະຕູສູ່ພາຍນອກຢ່າງຮອບດ້ານຕື່ມອີກ, ປົດປ່ອຍແລະພັດທະນາກຳລັງການຜະລິດທາງສັງຄົມຢ່າງບໍ່ຢຸດຢັ້ງ, ປົດປ່ອຍແລະເພີ່ມພະລັງຊີວິດຂອງສັງຄົມ.