ເຮືອຫຼາຍລຳຂອງຟີລິບປິນເຕົ້າໂຮມກັນຢ່າງຜິດກົດໝາຍຢູ່ເຂດທະເລໃກ້ກັບເກາະຮວງຢຽນຂອງຈີນ ກອງຕຳຫຼວດປ້ອງກັນຝັ່ງທະເລຈີນໄດ້ເຂົ້າປະຕິບັດການຄຸ້ມຄອງແລະຄວບຄຸມຕາມກົດໝາຍ

2024-05-16 17:52:04 cri

      ວັນທີ 16 ພຶດສະພານີ້, ມີເຮືອຫຼາຍລຳຂອງຟີລິບປິນໄດ້ເຕົ້າໂຮມກັນຢ່າງຜິດກົດໝາຍຢູ່ເຂດທະເລໃກ້ກັບເກາະຮວງຢຽນຂອງຈີນ ແລະດຳເນີນການເຄື່ອນໄຫວທີ່ບໍ່ມີສ່ວນກ່ຽວຂ້ອງກັບການປະມົງທີ່ເປັນປົກກະຕິ,ກອງຕຳຫຼວດປ້ອງກັນຝັ່ງທະເລຂອງຈີນໄດ້ເພີ່ມທະວີການຕິດຕາມສັງເກດເບິ່ງແລະຮັບເອົາຫຼັກຖານອ້າງອີງຢູ່ກັບທີ່. ເຮືອຂອງຟີລິບປິນຖ່າຍຮູບເຊິ່ງກັນແລະກັນເພື່ອສະແດງໃຫ້ເຫັນທຸງທີ່ຂຽນວ່າ “ນີ້ແມ່ນທຸງຂອງພວກເຮົາ”, ແລະໄດ້ເປີດປ່າວການເຄື່ອນໄຫວທີ່ວ່າ “ສະແດງອະທິປະໄຕຢ່າງເປີດເຜີຍ”.

      ມີເຮືອຈາກອົງການຈັດຕັ້ງພົນລະເຮືອນຫຼາຍລຳຂອງຟີລິບປິນໄດ້ເຕົ້າໂຮມກັນຢ່າງຜິດກົດໝາຍຢູ່ເຂດທະເລຈາກເກາະຮວງຢຽນໄປທິດຕາເວັນອອກປະມານ 60 ໄມທະເລພ້ອມທັງໄດ້ຖ່າຍຮູບແລະວິດີໂອ,ເຮືອລັດຖະກິດຂອງຟີລິບປິນກໍ່ເດີນເຮືອໄປພ້ອມໆກັນເພື່ອ “ປ້ອງກັນໃຫ້” ກັບເຮືອເຫຼົ່ານັ້ນ. ຟີລິບປິນໄດ້ທຳການເຄື່ອນໄຫວຕ່າງໆຂຶ້ນມາເຊັ່ນ: ລຳລຽງວັດຖຸອຸປະກອນການປະມົງ,ທຳການປະມົງແລະສະແດງທຸງເປັນຕົ້ນ, ກອງຕຳຫຼວດປ້ອງກັນຝັ່ງທະເລຈີນໄດ້ດຳເນີນການຄຸ້ມຄອງແລະຄວບຄຸມຕາມກົດໝາຍຕໍ່ເຮືອທີ່ເຕົ້າໂຮມກັນຢ່າງຜິດກົດໝາຍຂອງຟີລິບປິນເຫຼົ່ານີ້. ຢູ່ເທິງເຮືອເຫຼົ່ານີ້ມີນັກຂ່າວຫຼາຍຄົນໄດ້ດຳເນີນການຖ່າຍຮູບແລະວິດີໂອເປັນຕົ້ນ. ກອງຕຳຫຼວດປ້ອງກັນຝັ່ງທະເລຂອງຈີນພວມດຳເນີນການຄຸ້ມຄອງແລະຄວບຄຸມສະຖານະການກັບທີ່ຕໍ່ເຮືອຂອງຟີລິບປິນທີ່ຈະເດີນເຮືອເຂົ້າເຂດທະເລໃກ້ກັບເກາະຮວງຢຽນຢ່າງຜິດກົດໝາຍ.