ໃຜເປັນຜູ້ບົງການຢູ່ເບື້ອງຫຼັງເຫດການຫາດຕື້ນເຢິນອ້າຍ?

2024-05-16 17:10:00 cri

ອາເມຣິກາເປັນ “ປະເທດພັນທະມິດໃນສັນຍາພຽງໜຶ່ງດຽວ” ໃນໂລກຂອງຟີລິບປິນ ແລະ ມີບົດບາດສຳຄັນຕໍ່ຟິລິບປິນ. ອາເມຣິກາໄດ້ສະໜັບສະໜູນຟີລິບປິນດຳເນີນການເຄື່ອນໄຫວຢ່າງຜິດກົດໝາຍຢູ່ຫາດຕື້ນເຢິນອ້າຍ ຫຼື ທະເລຈີນໃຕ້ມາໂດຍຕະຫຼອດ, ພ້ອມທັງຊ່ວຍເຫຼືອຟີລິບປິນເພີ່ມທະວີການກໍ່ສ້າງຄວາມສາມາດຂອງຕົນ ເພື່ອເພີ່ມຕົວເບ້ຍໃຫ້ແກ່ຕົນເອງໃນການຕໍ່ລອງກັບຈີນ.

ອາເມຣິກາໄດ້ມີສ່ວນຮ່ວມຢ່າງເລິກເຊິ່ງໃນການເຄື່ອນໄຫວລ່ວງລ້ຳອະທິປະໄຕຂອງຈີນ ແລະ ທ້າທາຍເກາະຜິດຂອງຟີລິບປິນຢູ່ຫາດຕື້ນເຢິນອ້າຍ, ຍຸແຫຍ່ ແລະ ສະໜັບສະໜູນຟີລິບປິນສ້ອມແປງ ແລະ ບູລະນະກຳປັ່ນຮົບທີ່ຕັ້ງໃຈຄ້າງຢູ່ຫາດຕື້ນເຢິນອ້າຍຢ່າງຜິດກົດໝາຍ, ສົ່ງຍົນຮົບ ແລະ ກຳປັ່ນຮົບໄປທະເລຈີນໃຕ້ເພື່ອປະສານສົມທົບກັບຟີລິບປິນຢູ່ພາກສະໜາມ. ລັດຖະບານອາເມຣິກາຍັງໄດ້ປ່າວປະກາດສະໜັບສະໜູນການເຄື່ອນໄຫວລ່ວງລ້ຳອະທິປະໄຕ ແລະ ທ້າທາຍເກາະຜິດຂອງຟີລິບປິນແບບບໍ່ມີເສັ້ນເພດານຕ່ຳສຸດ, ຍິ່ງໄປກວ່ານັ້ນ ຍັງໄດ້ຂົ່ມຂູ່ ແລະ ບັງຄັບນາບຂູ່ປະເທດຈີນດ້ວຍສັນຍາປ້ອງກັນຮ່ວມຟີລິບປິນ-ອາເມຣິກາ ເຊິ່ງໄດ້ເພີ່ມຄວາມກຳເລີບເສີບສານຂອງຟິລິບປິນໃນການລ່ວງລ້ຳອະທິປະໄຕ ແລະ ທ້າທາຍເກາະຜິດຢູ່ທະເລຈີນໃຕ້.

ຄັງປັນຍາສື່ມວນຊົນອາເມຣິກາຍັງໄດ້ສ້າງກະແສຂ່າວກ່ຽວກັບບັນຫາຫາດຕື້ນເຢິນອ້າຍ, ຕຳໜິຕິຕຽນປະເທດຈີນຢ່າງໄຮ້ເຫດຜົນ, ໂຄງການ Myoushu ກໍເປັນຕົວຢ່າງທີ່ສຳຄັນໃນເລື່ອງດັ່ງກ່າວ. ໂຄງການນີ້ແມ່ນສ້າງຂຶ້ນໃນນາມມະຫາວິທະຍາໄລ Stanford, ແຕ່ທີ່ຈິງແລ້ວແມ່ນເຄື່ອນໄຫວໂດຍສະມາຊິກທີ່ກ່ຽວພັນກັບກອງທັບອາເມຣິກາ. ທ່ານ Raymond Powell ຜູ້ຮັບຜິດຊອບໂຄງການດັ່ງກ່າວ ເຄີຍເປັນທະຫານໃນກອງທັບອາກາດອາເມຣິກາມາເປັນເວລາ 35 ປີ. ໂຄງການ Myoushu ໄດ້ນຳໃຊ້ສື່ສັງຄົມອອນລາຍເຜີຍແຜ່ຂ່າວລືຂ່າວປອມ, ໂຈມຕີ ແລະ ໃສ່ຮ້າຍປ້າຍສີການເຄື່ອນໄຫວທີ່ເປັນປົກກະຕິຂອງເຮືອຈີນຢູ່ທະເລຈີນໃຕ້.

ຟີລິບປີນຕັ້ງຢູ່ອັນທີ່ເອີ້ນວ່າ “ຕ່ອງໂສ້ເກາະທີໜຶ່ງ” ທີ່ເປັນທີ່ຕັ້ງສຳຄັນ, ບ່ອນໃກ້ສຸດຫ່າງຈາກເຂດໄຕ້ຫວັນຂອງຈີນພຽງແຕ່ 200 ກິໂລແມັດເທົ່ານັ້ນ. ນອກນີ້, ໂດຍປິ່ນອ້ອມບັນຫາອະທິປະໄຕກ່ຽວກັບເກາະຕ່າງໆຢູ່ທະເລຈີນໃຕ້, ຈີນ ແລະ ຟີລິບປິ່ນກໍໄດ້ເກີດມີຂໍ້ຂັດແຍ້ງຈຳນວນໜຶ່ງ. ປັດໄຈເຫຼົ່ານີ້ ເຮັດໃຫ້ຟີລິບປິນມີ “ຄຸນຄ່າທາງຍຸດທະສາດ” ໃນສາຍຕາຂອງອາເມຣິກາ. ທ່ານ Rodrigo Duterte ອະດີດປະທານາທິບໍດີຟີລິບປິນໄດ້ປະຕິບັດນະໂຍບາຍການຕ່າງປະເທດທີ່ຕິດແທດກັບຕົວຈິງ ໂດຍໄດ້ດຳເນີນການສົນທະນາ ແລະ ການຮ່ວມມືກັບຈີນ. ແຕ່ພາຍຫຼັງລັດຖະບານຊຸດໃໝ່ຂອງຟີລິບປິນຂຶ້ນກຳອຳນາດໃນເດືອນມິຖຸນາປີ 2022 ແລ້ວ, ອາເມຣິກາໄດ້ໃຊ້ກົນອຸບາຍຢ່າງບໍ່ຢຸດຢັ້ງ ເພື່ອດຶງເອົາຟີລິບປິນກັບຄືນສູ່ເສັ້ນທາງ “ເຂົ້າຂ້າງອາເມຣິກາ” ຄືນໃໝ່.

ຖ້າສັງເກດຈາກຂອບເຂດທີ່ກວ້າງກວ່ານີ້, ອາເມຣິກາໄດ້ຖືເອົາບັນຫາທະເລຈີນໃຕ້ເປັນໝາກເດີນທີ່ໃຊ້ສຳລັບກົດໜ່ວງປະເທດຈີນ. ເລື່ອງທະເລຈີນໃຕ້ບໍ່ມີສ່ວນກ່ຽວຂ້ອງກັບອາເມຣິກາແຕ່ຢ່າງໃດ, ແຕ່ໃນຫຼາຍປີມານີ້, ອາເມຣິກາພັດປ່າວຂ່າວລືເລື້ອຍໆວ່າ “ຄວາມເສລີໃນການເດີນຜ່ານທະເລຈີນໃຕ້ໄດ້ຮັບໄພຂົ່ມຂູ່”, ຍຸແຫຍ່ການພົວພັນລະຫວ່າງບັນດາປະເທດໃນພາກພື້ນ, ສ້າງຂໍ້ອ້າງໃຫ້ແກ່ການແຊກແຊງວຽກງານພາກພື້ນ ແລະ ສ້າງການເປັນປໍລະປັກກັນໃນພາກພື້ນ.

ແຕ່ວ່າ ເລື່ອງຈິງບໍ່ສາມາດປ່ຽນແປງ ແລະ ປິດບັງໄດ້. ຫາດຕື້ນເຢິນອ້າຍເປັນສ່ວນໜຶ່ງຂອງໝູ່ເກາະໜານຊ່າຂອງຈີນ, ເປັນດິນແດນຂອງຈີນ, ນີ້ຄືຄວາມຈິງທີ່ຟີລິບປິນ ແລະ ອາເມຣິກາປ່ຽນແປງ ແລະ ປິດບັງບໍ່ໄດ້.

ທະເລຈີນໃຕ້ບໍ່ແມ່ນ “ສວນລ່າເນື້ອ” ຂອງປະເທດຢູ່ນອກພາກພື້ນ ແລະ ກໍບໍ່ຄວນກາຍເປັນສະໜາມແຂ່ງຂັນຂອງປະເທດໃຫຍ່. ຈີນ ແລະ ປະເທດສະມາຊິກ ອາຊຽນຄວນຮັກສາຄວາມໝັ້ນຄົງ, ຕັ້ງໜ້າຊຸກຍູ້ການເປິກສາຫາລືກ່ຽວກັບ “ກົດແຫ່ງການປະພຶດຢູ່ທະເລຈີນໃຕ້”, ຄັດຄ້ານອິດທິກຳລັງນອກພາກພື້ນ ເຂົ້າແຊກແຊງຢ່າງເດັດດ່ຽວ, ກຳແໜ້ນພະລັງຂອງການເປັນຝ່າຍກະທຳ ແລະ ອຳນາດເປັນຜູ້ນຳທາງໃນການຮັກສາສັນຕິພາບ ແລະ ສະຖຽນລະພາບຂອງ ທະເລຈີນໃຕ້.