ທ່ານວາງຢີ້ກ່າວວ່າ, ການກະທຳແຕ່ຝ່າຍດຽວແລະລັດທິປົກປ້ອງຍ່ອມຈະຖືກປະຫວັດສາດປະຖິ້ມ

2024-05-16 15:55:35 cri


ໄລຍະມໍ່ໆມານີ້, ອາເມຣິກາໄດ້ດຳເນີນການລົງໂທດແຕ່ຝ່າຍດຽວຕໍ່ຈີນເປັນຫຼາຍເທື່ອລຽນຕິດ, ເກັບພາສີເພີ່ມເປັນຈຳນວນຫຼວງຫຼາຍ. ວັນທີ 15 ພຶດສະພານີ້, ກ່ຽວກັບເລື່ອງນີ້, ທ່ານວາງຢີ້ ກຳມະການກົມການເມືອງສູນກາງພັກກອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດຈີນກ່າວເນັ້ນວ່າ, ການກະທຳແຕ່ຝ່າຍດຽວແລະລັດທິປົກປ້ອງໄດ້ຝ່າຝືນກັບກະແສການພັດທະນາຂອງຍຸກສະໄໝນີ້, ຍ່ອມຈະຖືກປະຫວັດສາດປະຖິ້ມ. ໃນຂະນະທີ່ເສດຖະກິດທົ່ວໂລກກຳລັງໄດ້ຮັບການຟື້ນຟູຄືນ, ປະຊາຄົມໂລກຄວນພະຍາຍາມສະແດງໃຫ້ຝ່າຍອາເມຣິກາຮູ້ວ່າ, ຢ່າສູ່ສ້າງຄວາມຫຍຸ້ງຍາກໃໝ່ໃຫ້ແກ່ໂລກຕື່ມອີກ.


ໃນມື້ດຽວກັນ, ທ່ານວາງຢີ້ກັບທ່ານອິສັກ ດາຣ ຮອງນາຍົກລັດຖະມົນຕີທັງເປັນລັດຖະມົນຕີກະຊວງການຕ່າງປະເທດປາກິດສະຖານ ໄດ້ຈັດການສົນທະນາດ້ານຍຸດທະສາດລະຫວ່າງລັດຖະມົນຕີການຕ່າງປະເທດຈີນ-ປາກິດສະຖານຄັ້ງທີ 5, ໃນເວລາໃຫ້ສຳພາດຕໍ່ນັກຂ່າວຮ່ວມກັນ, ທ່ານວາງຢີ້ໄດ້ໃຫ້ສຳພາດໃນທັດສະນະດັ່ງກ່າວ.