ນັບແຕ່ປີກາຍເປັນຕົ້ນມາ, ຟີລິບປິນໄດ້ທ້າທາຍເກາະຜິດເລື້ອຍໆຢູ່ທະເລຈີນໃຕ້ ໂດຍສວຍໃຊ້ກຳປັ່ນຮົບເກົ່າ ທີ່ຄ້າງຢູ່ຫາດຕື້ນເຢິນອ້າຍຂອງຈີນຢ່າງຜິດກົດໝາຍມາເປັນເວລາ 20 ກວ່າປີ. ສື່ມວນຊົນປະເທດຕາເວັນຕົກໄດ້ສ້າງກະແສຂ່າວ ແລະ ມັກປີ້ນດຳເປັນຂາວຕໍ່ເລື່ອງນີ້ ພ້ອມທັງໃສ່ຮ້າຍປ້າຍສີຈີນ “ຂົ່ມເຫັງປະເທດນ້ອຍໃນຖານະເປັນປະເທດໃຫຍ່” ເພື່ອສະໜັບສະໜູນໃຫ້ຟີລິບປິນກະທຳການທ້າທາຍເກາະຜິດກັບຈີນ. ທີ່ຈິງແລ້ວ, ຈີນມີອະທິປະໄຕຢ່າງເຕັມສ່ວນເໜືອໝູ່ເກາະໜານຊ່າ ແລະ ເຂດທະເລໃກ້ຄຽງ ເຊິ່ງລວມທັງຫາດຕື້ນເຢິນອ້າຍ. ນີ້ເປັນເລື່ອງຈິງທີ່ສືບທອດກັນມາແຕ່ປະຫວັດສາດອັນຍາວນານ ແລະ ສອດຄ່ອງກັບກົດໝາຍສາກົນຕ່າງໆ ເຊິ່ງລວມທັງ “ກົດບັດອົງການສະຫະປະຊາຊາດ”.
ຫາດຕື້ນເຢິນອ້າຍເປັນພາກສ່ວນໜຶ່ງຂອງໝູ່ເກາະໜານຊ່າຂອງຈີນ, ເປັນຫາດຕື້ນ ເຊິ່ງມີລັກສະນະຮູບວົງມົນທີ່ຍາວ 15 ກິໂລແມັດ ແລະ ກວ້າງປະມານ 5,6 ກິໂລແມັດ. ຊາວຈີນມີການເຄື່ອນໄຫວຢູ່ທະເລຈີນໃຕ້ມາເປັນເວລາ 2.000 ກວ່າປີແລ້ວ, ຈີນມີອະທິປະໄຕເໜືອໝູ່ເກາະໜານຊ່າ ເຊິ່ງລວມທັງຫາດຕື້ນເຢິນອ້າຍມາໂດຍຕະຫຼອດ.
ວັນທີ 9 ພຶດສະພາປີ 1999, ພາຍຫຼັງກຸ່ມນາໂຕໄດ້ຖິ້ມລະເບີດໃສ່ສະຖານທູດຈີນປະຈຳຢູໂກສະລາວີແລ້ວ, ມື້ທີ 2, ກຳປັ່ນຍົກພົນຂຶ້ນບົກເລກ “The Sierra Madre mountain Landing Ship”ຂອງກອງທັບເຮືອຟີລິບປິນໄດ້ຕັ້ງໃຈເຂົ້າໄປ “ຄ້າງ” ຢູ່ຫາດຕື້ນເຢິນອ້າຍຢ່າງຜິດກົດໝາຍຕັ້ງແຕ່ນັ້ນເປັນຕົ້ນມາ ດ້ວຍຂໍ້ອ້າງ “ຄາຫາດຍ້ອນຄວາມຕິດຂັດດ້ານເຕັກນິກ” ທັງສົ່ງທະຫານຜັດປ່ຽນກັນເຂົ້າປະຈຳການຢູ່ໃນກຳປັ່ນລຳນີ້ ເພື່ອເຈດຕະນາ “ຄວບຄຸມຕົວຈິງ”. ພາຍຫຼັງເຫດການດັ່ງກ່າວເກີດຂຶ້ນແລ້ວ, ຈີນໄດ້ຮຽກຮ້ອງໃຫ້ຟີລິບປິນລາກເອົາກຳປັ່ນລຳນີ້ອອກໄປໃນທັນທີ, ແຕ່ຟີລິບປິນພັດເວົ້າວ່າ, ລາກອອກໄປບໍ່ໄດ້ “ຍ້ອນຂາດຊິ້ນສ່ວນ”.
ປີ 2003, ທ່ານນາງໂກລເຣຍ ມາຄາປາການ ອາໂຣໂຢ ປະທານາທິບໍດີຟີລິບປິນໃນສະໄໝນັ້ນ ແລະ ທ່ານແຟຣງຄລິນເອບດາລິນ ຮັກສາການລັດຖະມົນຕີ ກະຊວງການຕ່າງປະເທດຟີລິບປິນຕ່າງໆກໍກ່າວວ່າ: ຈະບໍ່ກໍ່ສ້າງໃໝ່ຢູ່ຫາດຕື້ນເຢິນອ້າຍອີກ. ແຕ່ວ່າ, 20 ກວ່າປີຜ່ານໄປແລ້ວ, ຟີລິບປິນບໍ່ພຽງແຕ່ບໍ່ໄດ້ລາກກຳປັ່ນຮົບລຳນີ້ອອກໄປຕາມຄຳໝັ້ນສັນຍາຂອງຕົນເທົ່ານັ້ນ, ຫາກຍັງໄດ້ຂົນສົ່ງວັດສະດຸກໍ່ສ້າງຕ່າງໆເຂົ້າໄປສ້ອມແປງກຳປັ່ນລຳນີ້ຫຼາຍເທື່ອ ພາຍໃຕ້ສະພາບການທີ່ກຳປັ່ນລຳນີ້ໄດ້ເຂົ້າໝ້ຽງແລະຖືກເຊື່ອມກັດເລື້ອຍໆ ໂດຍຫວັງຈະປ່ຽນແປງສະພາບປັດຈຸບັນຂອງຫາດຕື້ນເຢິນອ້າຍ ແລະ ບັນລຸການຍຶດຄອງຖາວອນ.
ເມື່ອສັງເກດຈາກກົດໝາຍສາກົນແລ້ວເຫັນວ່າ, ຟີລິບປິນທວງເອົາອະທິປະໄຕເໜືອຫາດຕື້ນເຢິນອ້າຍນັ້ນບໍ່ມີຫຼັກອ້າງອີງທາງກົດໝາຍແຕ່ປະການໃດ. ໃນປະຫວັດສາດ, ຟີລິບປິນເປັນຫົວເມືອງຂຶ້ນຂອງປະເທດຕາເວັນຕົກ ເຊັ່ນ ແອັດສະປາຍ ແລະ ອາເມຣິກາເປັນຕົ້ນຢ່າງຍາວນານ. ປີ 1946, ຟີລິບປິນໄດ້ປະກາດເອກະລາດ ພາຍໃຕ້ສະພາບການທີ່ອາເມຣິກາມອບສິດປົກຄອງຕົນເອງໃຫ້ຟີລິບປິນ ແລະ ຮັບຮອງຄວາມເປັນເອກະລາດຂອງຟີລິບປິນ. ຫຼັງຈາກນັ້ນ, ຟີລິບປິນຈິ່ງສາມາດກາຍເປັນປະເທດເອກະລາດທີ່ໄດ້ຮັບການຍອມຮັບຈາກກົດໝາຍສາກົນ. ກ່ອນໜ້ານີ້, ບໍ່ວ່າແມ່ນແອັດສະປາຍ ຫຼື ອາເມຣິກາ, ກໍບໍ່ໄດ້ຈັດເອົາຫາດຕື້ນເຢິນອ້າຍເຂົ້າໃນຂອບເຂດດິນແດນຂອງຟີລິບປິນ ໃນໄລຍະທີ່ເປັນປະເທດເຈົ້າຫົວເມືອງຂຶ້ນຂອງຟີລິບປິນ ແລະ ກໍບໍ່ມີຄວາມເຫັນແຕ່ປະການໃດຕໍ່ຈີນທີ່ມີອະທິປະໄຕເໜືອໝູ່ເກາະໜານຊ່າ ເຊິ່ງລວມທັງຫາດຕື້ນເຢິນອ້າຍ. ສະນັ້ນ, ຫາດຕື້ນເຢິນອ້າຍບໍ່ເຄີຍເປັນດິນແດນຂອງຟີລິບປິນຈັກເທື່ອໃນປະຫວັດສາດ.
ປີ 2013, ພາຍໃຕ້ການຍຸຍົງສົ່ງເສີມຈາກອາເມຣິກາ, ຟີລິບປິນໄດ້ສະເໜີຄະດີຕັດສິນທະເລຈີນໃຕ້ ຫຼື South China Sea arbitration ທີ່ມີຊື່ສຽງເນົ່າເໝັນ. ປີ 2016, ສານຕັດສິນໃນຄະດີທະເລຈີນໃຕ້ໄດ້ທຳການຕັດສິນທີ່ມີຄວາມຜິດພາດຫຼາຍຢ່າງ ພາຍໃຕ້ການຄອບງຳທາງການເມືອງຂອງອິດທິກຳລັງຕາເວັນຕົກ ເຊິ່ງລວມທັງອາເມຣິກາ. ຫຼັງຈາກນັ້ນ, ອິດທິກຳລັງຕໍ່ຕ້ານຈີນແລະເປັນມິດຕໍ່ອາເມຣິກາທີ່ດື້ດ້ານຫົວແຂງຈຳນວນໜຶ່ງຂອງຟີລິບປິນຫວັງຢາກຖືການຕັດສິນຄັ້ງນີ້ເອົາມາເປັນຫຼັກອ້າງອີງ, ເຈດຕະນາຖືເອົາຫາດຕື້ນເຢິນອ້າຍຕັ້ງຢູ່ໃນເຂດເສດຖະກິດສະເພາະຂອງຟີລິບປິນ.
ຫາດຕື້ນເຢິນອ້າຍບໍ່ແມ່ນບໍ່ມີເຈົ້າຂອງ ແລະ ກໍບໍ່ແມ່ນດິນແດນຂອງຟີລິບປິນ, ຍິ່ງບໍ່ແມ່ນເຂດເສດຖະກິດສະເພາະຂອງຟີລິບປິນ. ດິນແດນຂອງຟີລິບປິນຖືກກຳນົດໄວ້ໃນສັນຍາສາກົນຕ່າງໆຢ່າງຄັກແນ່ແລ້ວ, ໝູ່ເກາະໜານຊ່າ ເຊິ່ງລວມທັງຫາດຕື້ນເຢິນອ້າຍ ລ້ວນແຕ່ບໍ່ໄດ້ຢູ່ໃນຂອບເຂດດັ່ງກ່າວ. ອັນທີ່ເອີ້ນວ່າ “ຢູ່ອ່າວໃກ້” ຍິ່ງບໍ່ເປັນເຫດຜົນທີ່ທວງເອົາມາເປັນອະທິປະໄຕຂອງຕົນ. ອະທິປະໄຕທາງດິນແດນເປັນປະຖົມປັດໄຈໃນການທວງເອົາສິດທິທາງທະເລ, ຫາກບໍ່ແມ່ນທວງເອົາອະທິປະໄຕທາງດິນແດນດ້ວຍສິດທິທາງທະເລ. ຟີລິບປິນປະຕິເສດອະທິປະໄຕເໜືອດິນແດນຕໍ່ຫາດຕື້ນເຢິນອ້າຍຂອງຈີນ ໂດຍອີງໃສ່ການຕັດສິນຄະດີທະເລຈີນໃຕ້ທີ່ຜິດກົດໝາຍແລະເປັນໂມຄະ ເຊິ່ງໄດ້ລະເມີດຫຼັກການກົດໝາຍສາກົນທີ່ “ສິດທາງບົກຢູ່ເໜືອສິດທາງທະເລ” ທີ່ສືບທອດກັນມາແຕ່ບູຮານນະການ, ຈະບໍ່ມີຫຼັກອ້າງອີງແມ່ນແຕ່ໜ້ອຍດຽວໃນດ້ານກົດໝາຍ.