ການຄ້າໝາກໄມ້ຈີນ-ອາຊຽນສ້າງຜົນປະໂຫຍດອັນແທ້ຈິງໃຫ້ແກ່ຊາວປູກໝາກໄມ້ຂອງບັນດາປະເທດອາຊີຕາເວັນອອກສຽງໃຕ້

2024-05-16 15:49:29 CRI

ກ່ອນໜ້ານີ້, ໝາກໄມ້ເຂດຮ້ອນຈາກອາຊຽນເຂົ້າມາຕະຫຼາດຈີນຍາກຫຼາຍ ຍ້ອນມີເງື່ອນໄຂຈຳກັດໃນດ້ານການຂົນສົ່ງ, ການເກັບຮັກສາ ແລະອື່ນໆ.  ຄຽງຄູ່ກັບການຮ່ວມມືພາກພື້ນຈີນ-ອາຊຽນເຂົ້າສູ່ລວງເລິກ ແລະ ລະດັບການເຊື່ອມໂຍງເຊື່ອມຈອດກັນໄດ້ຮັບການຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ, ການຄ້າໝາກໄມ້ລະຫວ່າງຈີນກັບບັນດາປະເທດສະມາຊິກອາຊຽນຈະສືບຕໍ່ມີຄວາມຄຶກຄັກ ເຊິ່ງຈະຊ່ວຍຜູ້ບໍລິໂພກຊາວຈີນບັນລຸ “ຄວາມເສລີໃນການກິນທຸລຽນ” ກໍຄື  “ຄວາມເສລີໃນການກິນໝາກໄມ້” ພ້ອມທັງສ້າງຜົນປະໂຫຍດອັນແທ້ຈິງໃຫ້ແກ່ຊາວກະສິກອນຜູ້ປູກໝາກໄມ້ຂອງບັນດາປະເທດອາຊີຕາເວັນອອກສຽງໃຕ້.