ບ້ານສືເສຍຕັ້ງຢູ່ຕີນກຳແພງເມືອງຈີນບູຮານຕອນປ່າຕາຫຼິງແລະຕອນດ່ານສືເສຍ ທາງພາກຕາເວັນຕົກສຽງໃຕ້ຕາແສງປ່າຕາຫຼິງເມືອງຢຽນຊິ້ງນະຄອນຫຼວງປັກກິ່ງ, ບ້ານແຫ່ງນີ້ຖືກກຳແພງເມືອງຈີນອ້ອມເປັນສາມທິດ. ວັນທີ14ພຶດສະພາ2024, ຊາວບ້ານທັງຫຼາຍຂອງບ້ານນ້ອຍໆແຫ່ງນີ້ໄດ້ຮັບຈົດໝາຍຕອບຄືນຈາກທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນ ເຊິ່ງເນື້ອໃນຈົດໝາຍໄດ້ລະບຸວ່າ: “ຫວັງວ່າ ບັນດາສະຫາຍຈະສືບຕໍ່ສຸມຄວາມພະຍາຍາມຢ່າງບໍ່ລົດລະ, ປົກປັກຮັກສາກຳແພງເມືອງຈີນໃຫ້ດີປຽບເໝືອນປົກປັກຮັກສາບ້ານເມືອງ, ເສີມຂະຫຍາຍວັດທະນະທຳກຳແພງເມືອງຈີນແລະເລົ່າເລື່ອງລາວກຳແພງເມືອງຈີນໃຫ້ດີ, ນຳພາຄົນຫຼາຍກວ່າເກົ່າຮັບຮູ້ກຳແພງເມືອງຈີນແລະປົກປັກຮັກສາກຳແພງເມືອງຈີນ, ເຮັດໃຫ້ຊັບສົມບັດອັນປະເສີດທີ່ບັນພະບຸລຸດສ້າງຂຶ້ນມານັ້ນໄດ້ຮັບການສືບທອດຈາກຮຸ່ນສູ່ຮຸ່ນຕໍ່ໆໄປ.”
ຊຸມປີ1980, ເນື່ອງຈາກໄດ້ຮັບຜົນກະທົບຈາກປັດໄຈຫຼາຍຢ່າງເຊັ່ນ ວິວັດທະນາການດ້ານສະພາບແວດລ້ອມປະຫວັດສາດ, ລົມພັດເຊາະຕາມທຳມະຊາດ ແລະການເຄື່ອນໄຫວດຳເນີນການຜະລິດແລະດຳລົງຊີວິດຂອງມະນຸດເປັນຕົ້ນ, ກຳແພງເມືອງຈີນຕອນດ່ານສືເສຍມີຫຼາຍບ່ອນແຕກແຫງ, ບາງບ່ອນຊຸດໂຊມຢ່າງໜັກໜ່ວງ. ເມື່ອໄດ້ເຫັນສະພາບຄືແນວນີ້, ທ່ານເມີຍຈິງຖຽນ ຊາວບ້ານບ້ານສືເສຍຮູ້ສຶກເສຍໃຈຫຼາຍ.
ລາວເວົ້າວ່າ: “ກຳແພງເມືອງຈີນແມ່ນສິ່ງທີ່ໜຶ່ງບໍ່ມີສອງຢູ່ໃນໂລກ, ຖ້າຫາກບໍ່ປົກປັກຮັກສາກໍຈະສູນເສຍໄປເລີຍ.” ສະນັ້ນ, ທ່ານເມີຍຈິງຖຽນຈຶ່ງເລີ່ມລາດຕະເວນກວດກາກຳແພງເມືອງຈີນບູຮານຢູ່ອ້ອມແອ້ມບ້ານສືເສຍດ້ວຍຄວາມສະໝັກໃຈ,ໂດຍໄດ້ປົກປັກຮັກສາສ່ວນທີ່ເສຍຫາຍຂອງກຳແພງ, ເກັບມ້ຽນຂີ້ເຫຍື້ອ, ຊັກຊວນແລະປຸກລະດົມບໍ່ໃຫ້ນັກທ່ອງທ່ຽວປີນກຳແພງເມືອງເກົ່າທີ່ບໍ່ໄດ້ຮັບການພັດທະນາເປັນແຫຼ່ງທ່ອງທ່ຽວ, ວຽກນີ້ລາວໄດ້ເຮັດມາຈົນເຖິງປັດຈຸບັນແມ່ນໄດ້40ກວ່າປີແລ້ວ.
ລາວໃຫ້ຮູ້ວ່າ: “ໃນເມື່ອກ່ອນ, ນັກທ່ອງທ່ຽວຍັງບໍ່ຫຼາຍ, ກຳແພງເມືອງຈີນຮົກເຮື້ອໄປດ້ວຍຟຸມໄມ້ແລະຫຍ້າ” ຕອນນັ້ນ, ນອກຈາກເຮັດໄຮ່ເຮັດນາແລ້ວ, ສິ່ງທີ່ທ່ານເມີຍຈິງຖຽນເຮັດຢູ່ເລື້ອຍໆທີ່ສຸດກໍແມ່ນລາດຕະເວນກວດກາກຳແພງເມືອງບູຮານ, ເສຍຫຍ້າ, ຕັດໜາມແລະຟຸມໄມ້, ເດືອນໜຶ່ງຢ່າງໜ້ອຍເຮັດ20ເທື່ອ, ປີໜຶ່ງຍ່າງລາດຕະເວນຈົນເກີບຂາດ7,8ຄູ່.
ເມື່ອພົບເຫັນປາກົດການຫຍໍ້ທໍ້ທີ່ມີຄົນຂີດຂຽນແລະຄວັດເປັນຮູບຢູ່ເທິງກຳແພງເມືອງຢ່າງທົ່ວທີບ, ທ່ານເມີຍຈິງຖຽນແມ່ນຫ້າມທັນທີໂດຍເວົ້າກັບເຂົາເຈົ້າວ່າ: “ເຈົ້າມັກມາທ່ຽວກຳແພງເມືອງຈີນມັນບໍ່ມີບັນຫາ, ແຕ່ຫາກມາແລ້ວກໍຢ່າສູ່ຂີດ ແລະຄວັດຮູບທົ່ວທີບ”.
ໄປຄຽງຄູ່ກັບອາຍຸສູງຂຶ້ນ, ທ່ານເມີຍຈິງຖຽນເລີ່ມພິຈາລະນາຊອກຫາຜູ້ສືບທອດ, ລາວຄິດວ່າການປົກປັກຮັກສາກຳແພງເມືອງຈີນຕ້ອງການມີຄົນເຂົ້າຮ່ວມ ຫຼາຍກວ່າເກົ່າ. ວັນທີ29ຕຸລາ2007, ໃນກອງປະຊຸມປ້ອງກັນອັກຄີໄພຂອງບ້ານ, ທ່ານເມີຍຈິງຖຽນໄດ້ຮັບສະໝັກຊາວບ້ານເປັນອາສາສະໝັກກັບທີ່ເລີຍ ໂດຍໄດ້ສ້າງຕັ້ງສະມາຄົມອະນຸລັກກຳແພງເມືອງຈີນບ້ານສືເສຍຂຶ້ນ. ລາວໄດ້ເວົ້າກັບຄົນທັງຫຼາຍວ່າ: “ໃຜຢາກເຂົ້າຮ່ວມກໍສະເໜີຊື່ໄດ້ເລີຍ, ບໍ່ມີຄ່າຕອບແທນ,ເຮັດດ້ວຍຄວາມສະໝັກໃຈເທົ່ານັ້ນ”. ຈຳນວນຜູ້ເຂົ້າຮ່ວມກອງປະຊຸມມື້ນັ້ນມີປະມານ 50-60 ຄົນ, ສ່ວນຜູ້ສະເໜີຊື່ສະໝັກເຂົ້າຮ່ວມມີເຖິງ34ຄົນ. ສິ່ງນີ້ໄດ້ເຮັດໃຫ້ທ່ານເມີຍຈິງຖຽນປະທັບໃຈຫຼາຍ.
ຈາກນັ້ນມາ, ມີຊາວບ້ານເຂົ້າຮ່ວມນັບມື້ນັບຫຼາຍຂຶ້ນ, ສະມາຄົມອະນຸລັກກຳແພງເມືອງຈີນຂອງບ້ານສືເສຍໄດ້ເຕີບໃຫຍ່ຂະຫຍາຍຕົວຂຶ້ນຢ່າງບໍ່ຢຸດຢັ້ງ.
ປີ2019, ນອກຈາກມີອາສາສະໝັກອະນຸລັກກຳແພງເມືອງຈີນແລ້ວ, ຢູ່ໃນບ້ານສືເສຍຍັງມີພະນັກງານອະນຸລັກທາງການຕື່ມອີກ. ປີນັ້ນ, ຫ້ອງການຄຸ້ມຄອງມໍລະດົກວັດທະນະທຳເມືອງຢຽນຊິ້ງນະຄອນຫຼວງປັກກິ່ງໄດ້ຮັບສະໝັກພະນັກງານອະນຸລັກກຳແພງເມືອງຈີນ. ຍ້ອນໄດ້ຮັບອິດທິພົນຈາກທ່ານເມີຍຈິງຖຽນ ຜູ້ເປັນລຸງ, ທ່ານນາງ ຫຼິວຫົງຢຽນ ໄດ້ສະໝັກຕົວທັນທີ, ຜ່ານຈາກການສອບເສັງ, ການສຳພາດແລະການກວດຮ່າງກາຍ, ໃນທີ່ສຸດ, ນາງໄດ້ກາຍເປັນໜຶ່ງໃນພະນັກງານອະນຸລັກກຳແພງເມືອງຈີນຂອງບ້ານຊຸດທຳອິດຈຳນວນ6ຄົນ.
ນັບແຕ່ນັ້ນມາ, ທ່ານນາງ ຫຼິວຫົງຢຽນ ໄດ້ຕາມຮອຍລາດຕະເວນຂອງລຸງ, ແຕ່ລະອາທິດໄດ້ຍ່າງລາດຕະເວນຕາມເສັ້ນທາງທຸລະກັນດານຢູ່ເທິງພູ 5 ເທື່ອ ເຖິງຈະມີຟ້າຝົນລົມແຮງກໍບໍ່ຂາດຈັກມື້.
ເນື່ອງຈາກເກີດແລະໃຫຍ່ຢູ່ຕີນກຳແພງເມືອງຈີນ, ຊາວບ້ານບ້ານສືເສຍ ມີຄວາມຜູກພັນອັນເລິກເຊິ່ງກັບກຳແພງເມືອງຈີນ, ສະນັ້ນ, ການປົກປັກຮັກສາກຳແພງເມືອງຈີນໄດ້ກາຍເປັນຄວາມຮັບຮູ້ທີ່ເປັນເອກະພາບກັນຂອງຊາວບ້ານທຸກຄົນມາແຕ່ດົນແລ້ວ.
ເຂົາເຈົ້າເຝົ້າຮັກສາກຳແພງເມືອງຈີນ, ຮັກກຳແພງເມືອງຈີນ, ສ່ວນກຳແພງເມືອງຈີນກໍໄດ້ສ້າງຜົນປະໂຫຍດໃຫ້ແກ່ບ້ານສືເສຍເຊັ່ນດຽວກັນ.
ຊຸມປີຜ່ານມານີ້, ບ້ານສືເສຍໄດ້ລົງເລິກຂຸດຄົ້ນຄຸນຄ່າດ້ານວັດທະນະທຳກຳແພງເມືອງຈີນ, ໂດຍເຊື່ອມໂຍງເຂົ້າໃນການພັດທະນາການທ່ອງທ່ຽວຊົນນະບົດ. ຊາວບ້ານໄດ້ຫາກິນໂດຍອາໄສສິ່ງແວດລ້ອມນິເວດ ຈົນສາມາດກ້າວຂຶ້ນສູ່ເສັ້ນທາງສ້າງຄວາມຮັ່ງມີ.
ທຸກມື້ນີ້, ເມື່ອນັກທ່ອງທ່ຽວໄປຮອດບ້ານສືເສຍຈະໄດ້ຟັງ “ໜ່ວຍບັນຍາຍກຳແພງເມືອງຈີນ”ທີ່ປະກອບດ້ວຍຜູ້ເຖົ້າທີ່ເປັນຊາວບ້ານດັ້ງເດີມເລົ່າເລື່ອງລາວກ່ຽວກັບກຳແພງເມືອງຈິນກັບບ້ານສືເສຍ, ຢູ່ໂຮມສະເຕພາຍໃນບ້ານ, ນັກທ່ອງທ່ຽວຍັງສາມາດສຳຜັດຕົວຈິງໃນການວັດແທກດິນຈີ່, ຜະລິດດິນຈີ່, ສ້າງກຳແພງເມືອງຈຳລອງແລະອື່ນໆ ເພື່ອຮັບຮູ້ສະຕິປັນຍາຂອງຜູ້ກໍ່ສ້າງກຳແພງເມືອງຈີນໃນສະໄໝບູຮານ. ນອກນີ້, ຍັງສາມາດຫຼິ້ນເກມສູ້ຮົບທີ່ອອກແບບຕາມບັ້ນຮົບດ່ານສືເສຍທີ່ນຳພາໂດຍທ່ານຫຼີຈື້ເສີງ ຜູ້ນຳພາການລຸກຮືຂຶ້ນຂອງຊາວກະສິກອນໃນທ້າຍສະໄໝລາຊະວົງມິງເມື່ອສະຕະວັດທີ17…ເຊິ່ງເປັນລາຍການທ່ອງທ່ຽວທີ່ອອກແບບຢ່າງມີຫົວຄິດປະດິດສ້າງໂດຍສາມາດສ້າງຊື່ສຽງ “ວັດທະນະທຳກຳແພງເມືອງຈີນ” ຂຶ້ນ ແລະຍັງເຮັດໃຫ້ຊາວບ້ານມີຄວາມພາກພູມໃຈຫຼາຍຂຶ້ນຕື່ມອີກ.
ວັດທະນະທຳກຳແພງເມືອງຈີນປຽບເໝືອນແຫຼ່ງພະລັງແຮງທີ່ພາໃຫ້ບ້ານສືເສຍຮັ່ງມີຂຶ້ນ. ປີ2022, ບ້ານສືເສຍໄດ້ຫຼຸດພົ້ນອອກຈາກຖັນແຖວບ້ານອ່ອນແອດ້ານເສດຖະກິດລວມໝູ່ຢ່າງເປັນທາງການ.
ຈາກບ້ານສອກຫຼີກທີ່ບໍ່ມີໃຜສົນໃຈກາຍມາເປັນບ້ານວັດທະນະທຳກຳແພງເມືອງຈີນທີ່ມີຊື່ສຽງ, ຜູ້ຄົນຢູ່ທີ່ແຫ່ງນີ້ໄດ້ຂຽນເລື່ອງລາວທີ່ໜ້າປະທັບໃຈຢູ່ຕີນກຳແພງເມືອງຈີນ.
ຄືດັ່ງເນື້ອໃນຈົດໝາຍທີ່ທ່ານສີຈິ້ນຜິງຕອບຄືນໃຫ້ຊາວບ້ານບ້ານສືເສຍໄດ້ລະບຸວ່າ: “ກຳແພງເມືອງຈີນເຮັດໃຫ້ພວກເຮົາມີບ້ານເມືອງທີ່ດີງາມ, ພວກເຮົາປົກປັກຮັກສາດ້ວຍຄວາມເອົາໃຈໃສ່. ກຳແພງເມືອງຈີນໄດ້ເຮັດໃຫ້ພວກເຮົາມີຊີວິດທີ່ດີງາມເຊັ່ນດຽວກັນ, ພວກເຮົາມີຄວາມສຸກຢ່າງເຕັມປ່ຽມ.”