ທ່ານສີຈິ້ນຜິງພົບປະກັບປະທານາທິບໍດີຣັດເຊຍຢູ່ທຳນຽບຈົ່ງນານໄຫນະຄອນຫຼວງປັກກິ່ງ

2024-05-17 14:55:06 cri

ໃນຕອນຄ່ຳວັນທີ 16 ພຶດສະພານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບທ່ານວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍຢູ່ທຳນຽບຈົ່ງນານໄຫນະຄອນຫຼວງປັກກິ່ງຂອງຈີນ.

 

ທ່ານສີຈິ້ນຜິງກ່າວວ່າ: ຈີນຍິນດີຮ່ວມກັບຣັດເຊຍ ແລະປະເທດອື່ນໆ, ເພີ່ມທະວີຄວາມສາມັກຄີ ແລະການຮ່ວມມື, ຮ່ວມກັນປົກປັກຮັກສາຄວາມຍຸຕິທຳ ແລະເປັນທຳສາກົນ, ຊຸກຍູ້ສັນຕິພາບ ແລະການພັດທະນາຮ່ວມກັນຂອງໂລກ.

 

ທ່ານປູຕິນກ່າວວ່າ: ຣັດເຊຍຍິນດີຮ່ວມກັບຈີນ ແລະປະເທດພວມພັດທະນາທົ່ວໂລກອື່ນໆເພີ່ມທະວີການຮ່ວມມື, ສົ່ງເສີມຄວາມຍຸຕິທຳ ແລະເປັນທຳສາກົນ, ຊຸກຍູ້ການສ້າງໂລກທີ່ມີຄວາມສະເໝີພາບຫຼາຍກວ່າເກົ່າ ແລະຫັນເປັນຫຼາຍຂົ້ວ.

 

ປະມຸກລັດສອງປະເທດຍັງໄດ້ແລກປ່ຽນຄວາມຄິດເຫັນດ້ານບັນຫາວິກິດການຂອງອູແກຣນ.