ການຂົນສົ່ງຜູ້ໂດຍສານສາກົນຂອງທາງລົດໄຟຈີນ-ລາວໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ ຂົນສົ່ງຜູ້ໂດຍສານມື້ລະ 4.300 ເທື່ອຄົນຂຶ້ນໄປ

2024-05-17 14:55:21 cri


ວັນທີ 16 ພຶດສະພານີ້, ກຸ່ມບໍລິສັດທາງລົດໄຟຈີນຈຳກັດສາຂາຄຸນໝິງແຈ້ງຂ່າວໃຫ້ຮູ້ວ່າ, ວັນທີ 13 ເມສາທີ່ຜ່ານມານີ້, ທາງລົດໄຟຈີນ-ລາວໄດ້ເພີ່ມຖ້ຽວລົດໄຟໂດຍສານສາກົນໄປກັບລະຫວ່າງສິບສອງພັ່ນນາ-ຫຼວງພະບາງຕໍ່ມື້, ນັບມາຮອດປັດຈຸບັນ, ລົດໄຟໂດຍສານສາກົນຖ້ຽວ D87/88、D85/86 ຕາມທາງລົດໄຟຈີນ-ລາວໄດ້ຂົນສົ່ງຜູ້ໂດຍສານລວມ 130.000 ກວ່າເທື່ອຄົນ, ສະເລ່ຍແລ້ວ, ໄດ້ຂົນສົ່ງ 4.300 ກວ່າເທື່ອຄົນຕໍ່ມື້, ໃນນັ້ນ, ຜູ້ໂດຍສານຂ້າມຊາຍແດນມີເຖິງ 20.000 ກວ່າເທື່ອຄົນ, ຈຳນວນຜູ້ໂດຍສານໄດ້ມີການເພີ່ມຂຶ້ນຢ່າງຕໍ່ເນື່ອງ.