ຕອນບ່າຍວັນທີ 16 ພຶດສະພານີ້, ທ່ານຫຼີສຽງ ນາຍົກລັດຖະມົນຕີຈີນໄດ້ເຂົ້າຢ້ຽມຄຳນັບທ່ານວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍທີ່ມາຢ້ຽມຢາມຈີນທາງລັດຖະກິດຢູ່ຫໍສະພາປະຊາຊົນແຫ່ງຊາດທີ່ນະຄອນຫຼວງປັກກິ່ງຂອງຈີນ.
ທ່ານຫຼີສຽງກ່າວວ່າ: ປີນີ້ແມ່ນປີຄົບຮອບ 75 ປີແຫ່ງການສ້າງຕັ້ງສາຍພົວພັນທາງການທູດຈີນ-ຣັດເຊຍ. ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບທ່ານປະທານາທິບໍດີແລ້ວ, ໄດ້ວາງແຜນຍຸດທະສາດໃໝ່ດ້ານການພັດທະນາສາຍພົວພັນຈີນ-ຣັດເຊຍໃນໄລຍະຕໍ່ໜ້າ. ຈີນຍິນດີຮ່ວມກັບຣັດເຊຍສືບຕໍ່ລົງເລິກການຮ່ວມມືໃນຂົງເຂດຕ່າງໆ ແລະຮ່ວມກັນຊຸກຍູ້ການພັດທະນາຂອງຈີນ-ຣັດເຊຍ.
ທ່ານປູຕິນກ່າວວ່າ: ປັດຈຸບັນນີ້, ການພົວພັນຣັດເຊຍ-ຈີນໄດ້ບັນລຸເຖິງລະດັບສູງສຸດ. ຣັດເຊຍຍິນດີຮ່ວມກັບຈີນຊຸກຍູ້ການພົວພັນຄູ່ຮ່ວມປະສານງານຍຸດທະສາດຮອບດ້ານໃນຍຸກໃໝ່ລະຫວ່າງຣັດເຊຍ ແລະຈີນກ້າວຂຶ້ນສູ່ລະດັບໃໝ່.
