ການເຄື່ອນໄຫວຂອງຟີລິບປິນທີ່ແລ່ນເຮືອເຂົ້າໃກ້ກັບເຂດທະເລເກາະຮວງຢຽນຂອງຈີນແບບຜິດກົດໝາຍໄດ້ຈົບລົງດ້ວຍເລື່ອງຕະຫຼົກ

2024-05-17 15:28:39 cri

      ວັນທີ 16 ພຶດສະພານີ້, ເຮືອຫຼາຍລຳຂອງຟີລິບປິນທີ່ເຕົ້າໂຮມກັນແບບຜິດກົດໝາຍຢູ່ເຂດທະເລໃກ້ກັບເກາະຮວງຢຽນຂອງຈີນນັ້ນໄດ້ແລ່ນກັບຄືນຟີລິບປິນແລ້ວ. ໃນເລື່ອງຕະຫຼົກຮອບນີ້, ຟີລິບປິນໄດ້ປ່າວຂ່າວຢູ່ເວທີສາກົນໂດຍອາໄສການປ່ອຍຂໍ້ມູນຂ່າວສານປອມຢູ່ເລື້ອຍໆ.

      ວັນທີ 16 ພຶດສະພານີ້, ອົງການຈັດຕັ້ງພົນລະເຮືອນຂອງຟີລິບປິນທີ່ມີຊື່ວ່າ “ນີ້ແມ່ນຂອງພວກເຮົາ”ທີ່ມີເຈຕະນາຢາກແລ່ນເຮືອເຂົ້າໄປໃກ້ກັບເຂດທະເລອ້ອມຮອບເກາະຮວງຢຽນ 12 ໄມທະເລກ່າວວ່າ:ໄດ້ “ສຳເລັດ” ໜ້າທີ່ຕາມເປົ້າໝາຍທີ່ຄາດໄວ້ລ່ວງໜ້າ. ແຕ່ຜູ້ສັນທັດກໍລະນີທ່ານໜຶ່ງບອກໃຫ້ນັກຂ່າວໜັງສືພິມ Global Times ຮູ້ວ່າ: ກຳລັງປະຕິບັດກົດໝາຍແລະປົກປັກຮັກສາອະທິປະໄຕທາງທະເລຂອງຈີນໄດ້ປະຕິບັດໜ້າທີ່ປົກປັກຮັກສາອະທິປະໄຕຢູ່ເຂດທະເລໃກ້ກັບເກາະຮວງຢຽນຂອງຈີນມາໂດຍຕະຫຼອດ,ແຕ່ບໍ່ພົບເຫັນອົງການຈັດຕັ້ງດັ່ງກ່າວຂອງຟີລິບປິນແລ່ນເຮືອເຂົ້າມາໃກ້, ທີ່ຈິງແລ້ວ, ອົງການດັ່ງກ່າວບໍ່ກ້າແລ່ນເຮືອເຂົ້າມາໃກ້ອີກແລ້ວເມື່ອໄປຮອດເຂດທະເລຫ່າງຈາກເກາະຮວງຢຽນຂອງຈີນຍັງເຫຼືອອີກ 50 ກວ່າໄມທະເລ, ຄຳເວົ້າທີ່ວ່າ “ໄດ້ສຳເລັດໜ້າທີ່” ນັ້ນກໍ່ບໍ່ສອດຄ່ອງກັບສະພາບຄວາມເປັນຈິງ.