ທ່ານສີຈິ້ນຜິງສົ່ງສານຊົມເຊີຍໄປຍັງກອງປະຊຸມສະພາມົນຕີປະມຸກລັດສັນນິບາດປະເທດອາຣັບຄັ້ງທີ 33

2024-05-17 14:33:48 cri

 

ວັນທີ 16 ພຶດສະພານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງສານຊົມເຊີຍໄປຍັງສົມເດັດ ຮາມັດ ບິນ ອິຊາ ອານ ຮາລິຟາ ເຈົ້າຊີວິດບາເຣນ ເຊິ່ງເປັນປະທານໝູນວຽນຂອງກອງປະຊຸມສະພາມົນຕີປະມຸກລັດສັນນິບາດປະເທດອາຣັບ, ເພື່ອຊົມເຊີຍຕໍ່ກອງປະຊຸມສະພາມົນຕີປະມຸກລັດສັນນິບາດປະເທດອາຣັບຄັ້ງທີ 33 ທີ່ຈັດຂຶ້ນຢູ່ນະຄອນຫຼວງມານາມາຂອງບາເຣນ.

 

ທ່ານສີຈິ້ນຜິງໄດ້ຊີ້ອອກວ່າ: ສັນນິບາດປະເທດອາຣັບໄດ້ພະຍາຍາມຊຸກຍູ້ໃຫ້ໂລກອາຣັບຮ່ວມມືກັນເພື່ອສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຊຸກຍູ້ໃຫ້ພາກພື້ນຕາເວັນອອກກາງໄດ້ຮັບການພັດທະນາໂດຍສັນຕິແລະໝັ້ນທ່ຽງ. ໃນຊຸມປີມໍ່ໆມານີ້, ປະເທດອາຣັບໄດ້ເສີມຂະຫຍາຍບົດບາດທີ່ນັບມື້ນັບສຳຄັນກວ່າເກົ່າເຂົ້າໃນການເພີ່ມທະວີຄວາມສາມັກຄີໃນການປະສານງານ, ການປົກປັກຮັກສາຜົນປະໂຫຍດຮ່ວມລະຫວ່າງ “ປະເທດພວມພັດທະນາທົ່ວໂລກ”. ຈີນຍິນດີຮ່ວມກັນກັບປະເທດອາຣັບຕ່າງໆ, ສ້າງປະຊາຄົມຮ່ວມຊາຕາກຳຈີນ-ອາຣັບທີ່ມີລະດັບສູງກວ່າເກົ່າ, ປະກອບກຳລັງເຂົ້າໃນການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.