ທ່ານວາງຢີ້ສົ່ງໂທລະເລກສະແດງຄວາມເຫັນໃຈໄປຍັງລັດຖະມົນຕີການຕ່າງປະເທດຊົ່ວຄາວຂອງລັດຖະບານຂ້າມຜ່ານອາຟະການິສະຖານ ກ່ຽວກັບໄພນ້ຳຖ້ວມໜັກໜ່ວງທີ່ເກີດຂຶ້ນຢູ່ອາຟະການິສະຖານ

2024-05-17 14:59:13 cri


ວັນທີ 16 ພຶດສະພານີ້, ທ່ານວາງຢີ້, ກຳມະການກົມການເມືອງສູນກາງພັກກອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດຈີນ ໄດ້ສົ່ງໂທລະເລກສະແດງຄວາມເຫັນໃຈໄປຍັງທ່ານອາເມຍ ຄານ ມູທາຄີ ລັດຖະມົນຕີກະຊວງການຕ່າງປະເທດຊົ່ວຄາວຂອງລັດຖະບານຂ້າມຜ່ານອາຟະການິສະຖານ ກ່ຽວກັບໄພນ້ຳຖ້ວມໜັກໜ່ວງທີ່ເກີດຂຶ້ນຢູ່ອາຟະການິສະຖານ.


ທ່ານວາງຢີ້ກ່າວວ່າ, ຂ້າພະເຈົ້າໄດ້ຮັບຂ່າວວ່າ, ຫຼາຍແຫ່ງຂອງອາຟະການິສະຖານໄດ້ປະສົບກັບໄພນ້ຳຖ້ວມຢ່າງໜັກໜ່ວງ, ເຊິ່ງເປັນເຫດໃຫ້ມີປະຊາຊົນ ເສຍຊີວິດແລະບາດເຈັບເປັນຈຳນວນຫຼວງຫຼາຍ ແລະ ສ້າງຄວາມເສຍຫາຍທາງ ດ້ານຊັບສິນຢ່າງຫຼວງຫຼາຍ. ຂ້າພະເຈົ້າຂໍສະແດງຄວາມໄວ້ອາໄລຢ່າງເລິກເຊິ່ງຕໍ່ ຜູ້ປະສົບເຄາະຮ້າຍໃນເຫດການຄັ້ງນີ້, ສະແດງຄວາມຢື້ຢາມຖາມຂ່າວຢ່າງຈິງໃຈ ຕໍ່ພີ່ນ້ອງຄອບຄົວຂອງຜູ້ປະສົບເຄາະຮ້າຍແລະຜູ້ທີ່ໄດ້ຮັບບາດເຈັບ. ເຊື່ອໝັ້ນວ່າ, ປະຊາຊົນອາຟະການິສະຖານຈະສາມາດເອົາຊະນະຕໍ່ໄພພິບັດໄດ້ຢ່າງແນ່ນອນ, ແລະຟື້ນຟູການຜະລິດແລະຊີວິດການເປັນຢູ່ໃຫ້ເປັນປົກກະຕິໂດຍໄວ. ຈີນຍິນດີໃຫ້ຄວາມຊ່ວຍເຫຼືອຕາມຄວາມສາມາດຂອງຕົນແກ່ວຽກກູ້ໄພຂອງອາຟະການິສະຖານ ຕາມຄວາມຕ້ອງການຂອງອາຟະການິສະຖານ.