ທ່ານສີຈິ້ນຜິງ ກັບ ທ່ານປູຕິນ ເຂົ້າຮ່ວມພິທີເປີດ “ປີວັດທະນະທຳຈີນ-ຣັດເຊຍ”

2024-05-17 14:52:36 cri


ຕອນບ່າຍວັນທີ 16 ພຶດສະພານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນກັບທ່ານວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍ ໄດ້ເຂົ້າຮ່ວມພິທີເປີດ “ປີວັດທະນະທຳຈີນ-ຣັດເຊຍ” ກໍຄື ງານດົນຕີສະເພາະການສະເຫຼີມສະຫຼອງຈີນ-ຣັດເຊຍສ້າງຕັ້ງສາຍພົວພັນທາງການທູດຄົບຮອບ 75 ປີ ທີ່ຈັດຂຶ້ນຢູ່ໂຮງລະຄອນແຫ່ງຊາດຈີນທີ່ນະຄອນຫຼວງປັກກິ່ງ ພ້ອມທັງກ່າວຄຳປາໄສ.



ທ່ານສີຈິ້ນຜິງຊີ້ອອກວ່າ: ປີນີ້ແມ່ນປີທີ່ຈີນ-ຣັດເຊຍສ້າງຕັ້ງສາຍພົວພັນທາງການທູດຄົບຮອບ 75 ປີ. ໃຫ້ພວກເຮົາຖືເອົາ “ປີວັດທະນະທຳຈີນ-ຣັດເຊຍ” ເປັນໂອກາດ, ຖືເອົາການສະເຫຼີມສະຫຼອງການສ້າງຕັ້ງສາຍພົວພັນທາງການທູດຄົບຮອບ 75 ປີ ເປັນຈຸດເລີ່ມຕົ້ນໃໝ່, ເກາະແຂນກັນກ້າວໄປຂ້າງໜ້າ, ເສີມສ້າງສີສັນໃໝ່ໃຫ້ແກ່ການພົວພັນຄູ່ຮ່ວມປະສານງານຍຸດທະສາດຮອບດ້ານໃນຍຸກໃໝ່ລະຫວ່າງຈີນ-ຣັດເຊຍ, ຮ່ວມກັນສ້າງອະນາຄົດໃໝ່ທີ່ດີງາມແຫ່ງໄມຕີຈິດມິດຕະພາບລະຫວ່າງຈີນ-ຣັດເຊຍ.



ທ່ານປູຕິນກ່າວວ່າ, ປັດຈຸບັນ, ການພົວພັນຣັດເຊຍ-ຈີນກຳລັງຢູ່ໃນໄລຍະດີທີ່ສຸດໃນປະຫວັດສາດ. ຣັດເຊຍຍິນດີຮ່ວມກັບຈີນ ລົງເລິກການແລກປ່ຽນດ້ານວັດທະນະທຳ, ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນ, ຊຸກຍູ້ໃຫ້ການຮ່ວມມືລະຫວ່າງສອງປະເທດຍົກຄຸນນະພາບແລະລະດັບໃຫ້ສູງຂຶ້ນ.