ປົກປັກຮັກສາກຳແພງເມືອງຈີນເພື່ອສືບທອດມໍລະດົກວັດທະນະທຳປະຫວັດສາດຈີນ

2024-05-17 11:21:18 cri



ກຳແພງເມືອງຈີນເປັນມໍລະດົກວັດທະນະທຳຂະໜາດໃຫຍ່ທີ່ສຸດທີ່ຖືກຮັກສາໄວ້ຈົນມາເຖິງປັດຈຸບັນຂອງຈີນ, ມີຄວາມຍາວທັງໝົດ21.196,18 ກິໂລແມັດ, ເລີ່ມກໍ່ສ້າງມາຕັ້ງແຕ່ສະໄໝລາຊະວົງໂຈ່ວແລະສະໄໝຊຸ່ນຊິວຈ້ານໂກວ, ມີປະຫວັດຄວາມເປັນມາດົນເຖິງ2.000ກວ່າປີແລ້ວ. ໃນຊຸມປີຜ່ານມານີ້, ຊາວບ້ານບ້ານສືເສຍທີ່ຢູ່ຕີນກຳແພງເມືອງຈີນຕອນປ່າຕາຫຼິງນະຄອນຫຼວງປັກກິ່ງໄດ້ເປັນເຈົ້າການເຂົ້າຮ່ວມວຽກງານປົກປັກຮັກສາກຳແພງເມືອງຈີນ.



ວັນທີ14ພຶດສະພາ2024, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນໄດ້ສົ່ງຈົດໝາຍຕອບຄືນໃຫ້ບັນດາຊາວບ້ານບ້ານສືເສຍ ເຊິ່ງເນື້ອໃນຈົດໝາຍໄດ້ລະບຸວ່າ: “ກຳແພງເມືອງຈີນແມ່ນເຄື່ອງໝາຍທີ່ມີລັກສະນະເປັນຕົວແທນຂອງປະຊາຊາດຈີນແລະເປັນສັນຍາລັກອັນສຳຄັນຂອງອະລິຍະທຳຈີນ ເຊິ່ງໄດ້ໂຮມສູນສະແດງໃຫ້ເຫັນເຖິງຈິດໃຈສູ້ຊົນແບບສ້າງຄວາມເຂັ້ມແຂງດ້ວຍຕົນເອງຢ່າງບໍ່ລົດລະຂອງປະຊາຊາດຈີນກໍຄືນ້ຳໃຈຮັກຊາດທີ່ສາມັກຄີເປັນປຶກແຜ່ນ, ກ້າແກ່ນໜຽວແໜ້ນບໍ່ຍອມຈຳນົນ”. ເນື້ອໃນຈົດໝາຍຂອງທ່ານສີຈິ້ນຜິງເນັ້ນໜັກວ່າ:  “ການປົກປັກຮັກສາແລະສືບທອດມໍລະດົກວັດທະນະທຳປະຫວັດສາດແຫ່ງນີ້ໃຫ້ດີເປັນໜ້າທີ່ຮັບຜິດຊອບຮ່ວມຂອງພວກເຮົາ.” ເພິ່ນຍັງຮຽກຮ້ອງມາຍັງທຸກຄົນຈົ່ງເຮັດໃຫ້ “ຊັບສົມບັດອັນປະເສີດທີ່ບັນພະບຸລຸດສ້າງຂຶ້ນມານັ້ນໄດ້ຮັບການສືບທອດຈາກຮຸ່ນສູ່ຮຸ່ນຕໍ່ໆໄປ.”



ຊຸມປີຜ່ານມານີ້, ອົງການມໍລະດົກວັດທະນະທຳແຫ່ງຊາດຈີນໄດ້ເພີ່ມທະວີການອະນຸລັກຮັກສາແລະບູລະນະມໍລະດົກວັດທະນະທຳກຳແພງເມືອງຈີນຢ່າງບໍ່ຢຸດຢັ້ງ ໂດຍໄດ້ເຜີຍແຜ່ແຜນແມ່ບົດວ່າດ້ວຍການອະນຸລັກຮັກສາກຳແພງເມືອງຈີນ ແລະລະບຽບການວ່າດ້ວຍການປະຕິບັດໂຄງການສ້ອມແປງກຳແພງເມືອງຈີນຕາມລຳດັບ. ພ້ອມດຽວກັນນັ້ນ, ຍັງໄດ້ອີງໃສ່ການອະນຸລັກຮັກສາແລະນຳໃຊ້ຕອນສຳຄັນຂອງກຳແພງເມືອງຈີນເພື່ອສ້າງສວນວັດທະນະທຳແຫ່ງຊາດກຳແພງເມືອງຈີນແລະເສັ້ນທາງທ່ອງທ່ຽວມໍລະດົກວັດທະນະທຳກຳແພງເມືອງຈີນ ແນໃສ່ເສີມຂະຫຍາຍວັດທະນະທຳກຳແພງເມືອງຈີນໃຫ້ດີກວ່າເກົ່າແລະເລົ່າເລື່ອງລາວກຳແພງເມືອງຈີນໃຫ້ດີ.