ຈີນແລະກຳປູເຈຍຈັດການຊ້ອມຮົບຮ່ວມ “ມັງກອນຄຳປີ 2024”

2024-05-17 15:03:49 cri

ຕອນເຊົ້າວັນທີ 16 ພຶດສະພານີ້, ພິທີການຊ້ອມຮົບຮ່ວມ “ມັງກອນຄຳປີ 2024” ລະຫວ່າງທະຫານຈີນແລະກຳປູເຈຍໄດ້ຈັດຂຶ້ນຢູ່ສະໜາມເຝິກຊ້ອມແຫ່ງໜຶ່ງຂອງກອງທັບລາຊະອານາຈັກກຳປູເຈຍ.

 

ການຊ້ອມຮົບຮ່ວມຄັ້ງນີ້ມີຫົວຂໍ້ວ່າ “ຮ່ວມເຄື່ອນໄຫວຕ້ານການກໍ່ການຮ້າຍແລະກູ້ໄພຊ່ວຍເຫຼືອດ້ານມະນຸດສະທຳ”, ຈັດຂຶ້ນຢູ່ທາງບົກແລະທາງທະເລ, ໂດຍໄດ້ດຳເນີນການເຝິກຊ້ອມປີ່ນໝູນອ້ອມການຊ່ວຍເຫຼືອຕົວປະກັນຢູ່ເຂດຖະໜົນໃນຕົວເມືອງ, ຕໍ່ຕ້ານການປຸ້ນຈີ້ທາງທະເລແລະຫົວຂໍ້ອື່ນໆ. ໃນໄລຍະດັ່ງກ່າວ, ຈີນຍັງຈະດຳເນີນການປິ່ນປົວແບບບໍ່ເສຍຄ່າໃຫ້ແກ່ຊາວບ້ານແລະນັກຮຽນຢູ່ບໍລິເວນໃກ້ຄຽງ, ສະໜອງອຸປະກອນການຮຽນ, ແລະວຽກງານມະນຸດສະທຳອື່ນໆ, ພ້ອມທັງຈັດກິດຈະກຳແລກປ່ຽນດ້ານວັດທະນະທຳ.