ຈີນສຸມໃສ່ການສ້າງປະເທດທີ່ເຂັ້ມແຂງດ້ານການທ່ອງທ່ຽວ

2024-05-18 12:16:45 cri

ຫວ່າງມໍ່ໆມານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ໃຫ້ຄຳຊີ້ນຳທີ່ສຳຄັນຕໍ່ວຽກງານການທ່ອງທ່ຽວຂອງຈີນໂດຍກ່າວວ່າ: ນັບແຕ່ຈີນດຳເນີນການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ ໂດຍສະເພາະນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງພັກກອມມູນິດຈີນເປັນຕົ້ນມາ, ການພັດທະນາດ້ານການທ່ອງທ່ຽວຂອງຈີນໄດ້ກ້າວເຂົ້າສູ່ໄລຍະການພັດທະນາທີ່ວ່ອງໄວ, ໄດ້ກາຍເປັນຕະຫຼາດການທ່ອງທ່ຽວພາຍໃນປະເທດທີ່ໃຫຍ່ທີ່ສຸດຂອງໂລກ, ກາຍເປັນຕະຫຼາດນັກທ່ອງທ່ຽວທີ່ໃຫຍ່ທີ່ສຸດ ແລະ ຈຸດໝາຍປາຍທາງດ້ານການທ່ອງທ່ຽວຕົ້ນຕໍຂອງໂລກ. ຂະແໜງການທ່ອງທ່ຽວຂອງຈີນໄດ້ພັດທະນາຈາກນ້ອຍຫາໃຫຍ່, ຈາກຄວາມອ່ອນແອກາຍມາເປັນຄວາມເຂັ້ມແຂງ, ໄດ້ນັບມື້ນັບກາຍເປັນອຸດສາຫະກຳເສົາຄ້ຳລັກສະນະຍຸດທະສາດທີ່ຈະເລີນໃໝ່ ແລະ ເປັນອຸດສາຫະກຳທີ່ມີຜົນປະໂຫຍດຕໍ່ຊີວິດການເປັນຢູ່ ແລະ ຄວາມສຸກຂອງປະຊາຊົນ ທີ່ມີລັກສະນະພິເສດຂອງຍຸກສະໄໝທີ່ພົ້ນເດັ່ນ, ໄດ້ເດີນໄປຕາມເສັ້ນທາງການພັດທະນາທ່ອງທ່ຽວທີ່ມີສີສັນພິເສດຂອງຈີນຢ່າງສຳເລັດຜົນ.


ທ່ານສີຈິ້ນຜິງກ່າວເນັ້ນວ່າ: ຈີນຈະສຸມໃສ່ປັບປຸງລະບົບຂະແໜງການທ່ອງທ່ຽວທັນສະໄໝໃຫ້ສົມບູນຂຶ້ນ, ເລັ່ງການສ້າງປະເທດທີ່ເຂັ້ມແຂງດ້ານການທ່ອງທ່ຽວ, ເຮັດໃຫ້ຂະແໜງການທ່ອງທ່ຽວຮັບໃຊ້ຊີວິດການເປັນຢູ່ທີ່ດີງາມ, ຊຸກຍູ້ການພັດທະນາເສດຖະກິດ, ສ້າງບ້ານເມືອງທາງຈິດໃຈ, ສ່ອງແສງໃຫ້ເຫັນເຖິງພາບພົດຂອງຈີນ ແລະ ເພີ່ມທະວີການຮຽນຮູ້ເຊິ່ງກັນແລະກັນລະຫວ່າງອະລິຍະທຳທີ່ຕ່າງກັນ.