ເສັ້ນໂຄ້ງນີ້ໄດ້ຢືນຢັນເຖິງຄວາມໝັ້ນໃຈຂອງວົງການພາຍນອກທີ່ມີຕໍ່ເສດຖະກິດຈີນ

2024-05-18 12:11:54 cri

ເມື່ອບໍ່ດົນມານີ້, ອົງການຮ່ວມມື ແລະ ພັດທະນາເສດຖະກິດ, ຄະນະກຳມາທິການສະຫະພາບເອີຣົບຕ່າງກໍໄດ້ປັບການຄາດຄະເນຕໍ່ຈັງຫວະການເຕີບໂຕເສດຖະກິດຂອງຈີນໃນປີນີ້ໃຫ້ເພີ່ມຂຶ້ນ 0,2%; ບໍລິສັດທີ່ເປິກສາການບໍລິຫານສາກົນ Kearney ໄດ້ເປີດເຜີຍດັດຊະນີຄວາມໝັ້ນໃຈຕໍ່ການລົງທຶນໂດຍກົງຂອງນັກທຸລະກິດຕ່າງປະເທດຈາກທົ່ວໂລກ ໂດຍສະແດງໃຫ້ເຫັນວ່າ: ຈີນໄດ້ກ້າວກະໂດດຈາກອັນດັບທີ 7 ໃນປີກາຍຂຶ້ນມາເປັນອັນດັບທີ 3 ໃນປີນີ້ ເຊິ່ງຢູ່ໃນອັນດັບຕົ້ນໆຂອງຕະຫຼາດຈະເລີນໃໝ່.

ວັນທີ 17 ພຶດສະພານີ້, ລັດຖະບານຈີນຍັງໄດ້ເປີດເຜີຍສະພາບການເຄື່ອນໄຫວຂອງເສດຖະກິດຈີນໃນເດືອນເມສາປີນີ້ ເຊິ່ງໄດ້ຊ່ວຍຢືນຢັນໃຫ້ແກ່ການຄາດຄະເນຈາກພາຍນອກຕື່ມອີກ. ມູນຄ່າເພີ່ມຂອງອຸດສາຫະກຳຂະໜາດໃຫຍ່ໃນທົ່ວປະເທດຈີນໄດ້ເພີ່ມຂຶ້ນ 6,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ; ດັດຊະນີການຄາດຄະເນຂອງການເຄື່ອນໄຫວໃນດ້ານການຜະລິດທຸລະກິດແມ່ນສືບຕໍ່ຢູ່ໃນລະດັບສູງ ແລະ ມີທ່ວງທ່າທີ່ດີ; ດັດຊະນີການເຄື່ອນໄຫວດ້ານການຄ້າການບໍລິການແມ່ນຢູ່ໃນລະດັບສູງ ແລະ ມີຄວາມໝັ້ນທ່ຽງມາເປັນເວລາ 4 ເດືອນລຽນຕິດ…ຕົວເລກສະຖິຕິດັ່ງກ່າວໄດ້ປະກອບເປັນເສັ້ນໂຄ້ງທີ່ຍົກສູງຂຶ້ນ ເຊິ່ງສະແດງໃຫ້ເຫັນວ່າ: ການເຄື່ອນໄຫວຂອງເສດຖະກິດຈີນມີຄວາມໝັ້ນທ່ຽງ, ສືບຕໍ່ມີການຟື້ນຕົວ ແລະ ພັດທະນາຕາມທ່ວງທ່າທີ່ດີ, ປັດໄຈທີ່ມີຜົນດີເຫຼົ່ານີ້ກຳລັງໄດ້ຮັບການສະສົມ ແລະ ເພີ່ມຂຶ້ນຢ່າງຕໍ່ເນື່ອງ.