ກອງທັບປົດປ່ອຍປະຊາຊົນຈີນເດັດດ່ຽວຕອບໂຕ້ການເຄື່ອນໄຫວແບ່ງແຍກໄຕ້ຫວັນໃຫ້ເປັນເອກະລາດ ແລະ ການຍຸຍົງສົ່ງເສີມຈາກພາຍນອກ

2024-05-18 14:28:52 cri

ຕອນບ່າຍວັນທີ 17 ພຶດສະພານີ້, ທ່ານພັນເອກພິເສດຈ່າງສຽວກ່າງ ໂຄສົກກະຊວງປ້ອງກັນປະເທດຈີນໄດ້ຕອບຄຳຖາມກ່ຽວກັບການທະຫານໃນໄລຍະມໍ່ໆມານີ້.

ມີນັກຂ່າວຖ່າມວ່າ: ອີງຕາມສື່ມວນຊົນອາເມຣິກາລາຍງານໃຫ້ຮູ້ວ່າ ອົງການປົກຄອງໄຕ້ຫວັນຈະເພີ່ມອັນທີ່ເອີ້ນວ່າ “ທູດທະຫານ” ໃນ “ສຳນັກງານເສດຖະກິດ ແລະ ວັດທະນະທຳໄຕເປປະຈຳໂຮໂນລູລູ” ຈາກ 4 ຄົນໃຫ້ເປັນ 10 ຄົນ. ຍັງມີຂ່າວລາຍງານວ່າ: ໄຕ້ຫວັນ ແລະ ກອງທັບເຮືອອາເມຣິກາໄດ້ດຳເນີນການຊ້ອມຮົບຮ່ວມຢູ່ມະຫາສະໝຸດປາຊີຟິກຕາເວັນຕົກໃນເດືອນເມສາຜ່ານມານີ້. ຈີນມີຄວາມເຫັນແນວໃດຕໍ່ເລື່ອງດັ່ງກ່າວ?

ທ່ານພັນເອກພິເສດຈ່າງສຽວກ່າງກ່າວວ່າ: ພັກປະຊາທິປະໄຕກ້າວໜ້າໄຕ້ຫວັນສົມຮູ້ຮ່ວມຄິດກັບອິດທິກຳລັງພາຍນອກ ເພື່ອຫວັງຢາກ “ສະແຫວງຫາການແບ່ງແຍກໄຕ້ຫວັນເປັນເອກະລາດໂດຍອາໄສອິດທິກຳລັງຂອງອາເມຣິກາ” ແລະ “ໃຊ້ກຳລັງການທະຫານເພື່ອປະຕິເສດການທ້ອນໂຮມປະເທດຈີນເຂົ້າເປັນເອກະພາບກັນ”, ເຈຕະນາດັ່ງກ່າວຈະປະສົບຄວາມຫຼົ້ມແຫຼວຢ່າງແນ່ນອນ. ອາເມຣິກາຄວນມີຄວາມຮັບຮູ້ຢ່າງເຕັມທີ່ຕໍ່ຄວາມອ່ອນໄຫວໃນລະດັບສູງຂອງບັນຫາໄຕ້ຫວັນ, ຍຸດຕິການໄປມາຫາສູ່ກັນແບບທາງການ ແລະ ການພົວພັນທາງການທະຫານທຸກຮູບແບບກັບເຂດໄຕ້ຫວັນຂອງຈີນ, ຍຸດຕິການສົ່ງສັນຍານອັນຜິດພາດໃຫ້ແກ່ອິດທິກຳລັງແບ່ງແຍກໄຕ້ຫວັນເປັນເອກະລາດ, ປະຕິບັດຕາມຄຳໝັ້ນສັນຍາທີ່ບໍ່ສະໜັບສະໜູນການແບ່ງແຍກໄຕ້ຫວັນເປັນເອກະລາດຢ່າງແທ້ຈິງ.