ມາເລເຊຍຮັດກຸມມາດຕະການການເຂົ້າເມືອງຂອງພົນລະເມືອງຈີນ

2024-05-18 15:22:38 CRI

 

ສະຖານທູດຈີນປະຈຳມາເລເຊຍໄດ້ຖະແຫຼງຂ່າວໃນວັນທີ 17 ພຶດສະພານີ້ວ່າ: ເມື່ອບໍ່ດົນມານີ້, ພາກສ່ວນທີ່ຮັບຜິດຊອບຂອງລັດຖະບານມາເລເຊຍ ໄດ້ປະຕິບັດຂໍ້ລະບຽບໃໝ່ ເພື່ອຮັດກຸມມາດຕະການການເຂົ້າເມືອງຂອງພົນລະເມືອງ. ນັບແຕ່ວັນທີ 2 ພຶດສະພາປີນີ້ຫາວັນທີ 1 ທັນວາປີນີ້, ພົນລະເມືອງຈີນທີ່ເຂົ້າເມືອງມາເລເຊຍໂດຍບໍ່ຕ້ອງຂໍວີຊາກ່ອນ ຕ້ອງປະກອບເອກະສານຕ່າງໆດັ່ງນີ້:


ໜຶ່ງ, ໜັງສືຜ່ານແດນຈີນທີ່ມີອາຍຸການນຳໃຊ້ຫຼາຍກວ່າ 6 ເດືອນທັງມີຄວາມສົມບູນ, ບໍ່ຂາດບໍ່ເສື່ອມເສຍ.


ສອງ, ພາຍໃນເວລາ 3 ວັນກ່ອນຈະເຂົ້າເມືອງມາເລເຊຍ, ຕ້ອງຂຽນບັດເຂົ້າເມືອງເອເລັກໂຕຣນິກ ຫຼື MDAC ເຊິ່ງມີຄຳແນະນຳຊ້ອນທ້າຍ ທັງພິມໃບຢືນຢັນ  MDAC.  


ສາມ, ມີປີ້ຍົນຂາກັບ.


ມາດຕະການດັ່ງກ່າວໄດ້ເລີ່ມປະຕິບັດແລ້ວຢູ່ຕາມດ່ານຊາຍແດນແຫ່ງຕ່າງໆຂອງມາເລເຊຍ. ໃນເວລາເຂົ້າເມືອງນັ້ນ, ຜູ້ກ່ຽວຍັງຕ້ອງຮັບການກວດກາຄວາມປອດໄພຈາກເຈົ້າໜ້າທີ່ສຳນັກງານກວດຄົນເຂົ້າເມືອງຂອງມາເລເຊຍ ເຊິ່ງລວມທັງການຢືນຢັນຕົວບຸກຄົນ ຫຼື ໄບໂອເມຕຣິກ(ບັນທຶກລາຍນີ້ວມື) ເປັນຕົ້ນ, ຖ້າພົບວ່າເປັນບຸກຄົນທີ່ຢູ່ໃນບັນຊີດຳ ຫຼື ຢູ່ໃນບັນຊີຕ້ອງສົງໄສ ກໍຈະຖືກປະຕິເສດເຂົ້າເມືອງ.