ການປ່ອຍນ້ຳປົນເປື້ອນລັງສີນິວເຄລຍຂອງຍີ່ປຸ່ນເປັນການກະທຳທີ່ບໍ່ມີນ້ຳໃຈຮັບຜິດຊອບແມ່ນແຕ່ໜ້ອຍ

2024-05-18 12:17:44 cri

ວັນທີ 17 ພຶດສະພານີ້, ບໍລິສັດພະລັງງານໄຟຟ້າໂຕກຽວຂອງຍີ່ປຸ່ນໄດ້ເລີ່ມປ່ອຍນ້ຳປົນເປື້ອນລັງສີນິວເຄລຍຂອງໂຮງໄຟຟ້ານິວເຄລຍຟຸຄຸຊິມະລົງສູ່ທະເລເປັນຄັ້ງທີ 6, ຄາດວ່າຈະແກ່ຍາວໄປເຖິງວັນທີ 4 ມິຖຸນາໜ້ານີ້ ແລະ ປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລປະມານ 7.800 ໂຕນ. ສະມາຊິກຄະນະກຳມະການຊາວເມືອງພະລັງງານອາໂຕມິກຂອງຍີ່ປຸ່ນຊີ້ອອກວ່າ: ພາຍໃຕ້ສະພາບການທີ່ບໍ່ສາມາດຮັບປະກັນຄວາມປອດໄພໄດ້, ລັດຖະບານຍີ່ປຸ່ນ ແລະ ບໍລິສັດພະລັງງານໄຟຟ້າໂຕກຽວໄດ້ປ່ອຍນ້ຳປົນເປື້ອນລັງສີລົງສູ່ທະເລຢ່າງບໍ່ຢຸດຢັ້ງ, ນີ້ເປັນການກະທຳທີ່ບໍ່ມີນ້ຳໃຈຮັບຜິດຊອບແມ່ນແຕ່ໜ້ອຍ ແລະ ໜ້າຄຽດແຄ້ນທີ່ສຸດ.


ເຈົ້າໜ້າທີ່ຜູ້ນີ້ກ່າວຕື່ມວ່າ: ອຸບັດເຫດໂຮງໄຟຟ້ານິວເຄລຍຟຸຄຸຊິມະໄດ້ເກີດຂຶ້ນ 13 ປີແລ້ວ, ແຕ່ວຽກງານຊຳລະເຕົາທີ່ເປ່ເພລ້ວນແຕ່ເປັນມາດຕະການຊົ່ວຄາວ. ມາດຕະການຮັບມືຊົ່ວຄາວເຫຼົ່ານີ້ຈະເຮັດໃຫ້ເກີດອຸບັດເຫດຄວາມປອດໄພປະເພດຕ່າງໆຢ່າງແນ່ນອນ, ຍີ່ປຸ່ນຕ້ອງຍອມຮັບຄວາມຫຼົມແຫຼວໃນເລື່ອງນີ້, ທົ່ວສັງຄົມຍີ່ປຸ່ນຄວນຮັບຜິດຊອບຕໍ່ອຸບັດເຫດນິວເຄລຍໃນຄັ້ງນີ້.