ອາກາດຮ້ອນແຮງຢ່າງຕໍ່ເນື່ອງຢູ່ໄທສົ່ງຜົນກະທົບຕໍ່ຜົນຜະລິດພືດພັນທັນຍາຫານ

2024-05-19 16:06:23 cri


ໄລຍະມໍ່ໆມານີ້, ໄທມີອາກາດຮ້ອນແຮງຢ່າງຕໍ່ເນື່ອງ ເຊິ່ງໄດ້ສົ່ງຜົນກະທົບຕໍ່ການປູກພືດພັນທັນຍາຫານແລະໝາກໄມ້ຢູ່ປະເທດນີ້. ຕາມການລາຍງານຂ່າວຂອງສື່ປະເທດໄທໃຫ້ຮູ້ວ່າ: ຄາດວ່າຜົນຜະລິດຂອງໝາກໄມ້ຕ່າງໆຂອງໄທ ເຊັ່ນ: ໝາກທຸລຽນ, ໝາກມ່ວງ, ໝາກລິ້ນຈີ່ ແລະ ໝາກລຳໃຍເປັນຕົ້ນ ພ້ອມດ້ວຍເຂົ້ານາ, ສາລີ, ໝາກຖົ່ວຂຽວແລະພືດພັນທັນຍາຫານອື່ນໆ ຈະຫຼຸດໜ້ອຍລົງ. ໃນນັ້ນ, ຄາດວ່າຜົນຜະລິດຂອງໝາກທຸລຽນຈະຫຼຸດລົງ 40%-60%.

ນອກນີ້, ອີງຕາມຕົວເລກຂໍ້ມູນທີ່ກົມຄວບຄຸມພະຍາດຂອງກະຊວງສາທາລະນະສຸກໄທປະກາດໃຫ້ຮູ້ວ່າ: ນັບແຕ່ເດືອນມີນາປີນີ້ເປັນຕົ້ນມາ, ອາກາດຮ້ອນທີ່ມີອຸດຫະພູມສູງຢ່າງຕໍ່ເນື່ອງໄດ້ເຮັດໃຫ້ທົ່ວປະເທດໄທມີຫຼາຍສິບຄົນເສຍຊີວິດຍ້ອນເມົາແດດ. ພາກສ່ວນອຸຕຸນິຍົມໄທຄາດວ່າ, ອາກາດຮ້ອນແຮງຈະສືບຕໍ່ໄປຈົນຮອດກາງເດືອນພຶດສະພານີ້.