ມູນຄ່າການຄ້າຕໍ່ອາຊຽນຂອງແຂວງຟູຈ້ຽນຈີນໃນ 4 ເດືອນຕົ້ນປີນີ້ເພີ່ມຂຶ້ນ 14,5%

2024-05-19 15:57:01 cri

ອີງຕາມຕົວເລກສະຖິຕິຂອງດ່ານພາສີນະຄອນເຊ້ຍເມີນແຂວງຟູຈ້ຽນຂອງຈີນໃຫ້ຮູ້ວ່າ: ໃນ 4 ເດືອນຕົ້ນປີນີ້, ມູນຄ່າການຄ້າຕໍ່ອາຊຽນຂອງແຂວງຟູຈ້ຽນມີເຖິງ 157,1 ຕື້ຢວນ, ເພີ່ມຂຶ້ນ 14,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ເປັນຕົວເລກສູງສຸດໃນປະຫວັດສາດ. ໃນນັ້ນ, ມູນຄ່າການສົ່ງອອກສິນຄ້າມີເຖິງ 104,8 ຕື້ຢວນ, ເພີ່ມຂຶ້ນ 24,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ສິນຄ້າສົ່ງອອກຕົ້ນຕໍແມ່ນຜະລິດຕະພັນກົນຈັກໄຟຟ້າແລະຜະລິດຕະພັນທີ່ໃຊ້ແຮງງານຫຼາຍ.

ນອກນີ້, ຕົວເລກຂໍ້ມູນຍັງສະແດງໃຫ້ເຫັນວ່າ: ຖານະທີ່ເປັນຫຼັກແຫຼ່ງຂອງວິສາຫະກິດເອກະຊົນໄດ້ຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ. ໃນ 4 ເດືອນຕົ້ນປີນີ້, ມູນຄ່າການຄ້າຕໍ່ອາຊຽນຂອງວິສາຫະກິດເອກະຊົນແຂວງຟູຈ້ຽນມີເຖິງ 106,54 ຕື້ຢວນ, ເພີ່ມຂຶ້ນ 28,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ກວມເອົາ 67,8% ຂອງຍອດມູນຄ່າການຄ້າຕໍ່ອາຊຽນຂອງແຂວງຟູຈ້ຽນ.