ປະທານາທິບໍດີຕັດຈິກິດສະຖານຕ້ອນຮັບລັດຖະມົນຕີການຕ່າງປະເທດຈີນ

2024-05-19 11:44:01 cri



ວັນທີ18ພຶດສະພານີ້, ທ່ານເອໂມມາລີ ຣາຣ໌ມອນ ປະທານາທິບໍດີຕັດຈິກິດສະຖານໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານຫວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດຈີນຢູ່ນະຄອນຫຼວງດູຊັນເບຂອງຕັດຈິກິດສະຖານ.



ໃນໂອກາດດັ່ງກ່າວນີ້, ທ່ານຣາຣ໌ມອນ ກ່າວຢືນຢັນວ່າ: ການຊຸກຍູ້ການຂະຫຍາຍສາຍພົວພັນກັບຈີນແມ່ນເປັນທິດທາງບຸລິມະສິດຂອງນະໂຍບາຍການຕ່າງປະເທດຕັດຈິກິດສະຖານ. ຕັດຈິກິດສະຖານຍຶດໝັ້ນຫຼັກການປະເທດຈີນດຽວຢ່າງເດັດດ່ຽວໜຽວແໜ້ນ, ໂດຍເຫັນວ່າ  ໄຕ້ຫວັນເປັນພາກສ່ວນໜຶ່ງທີ່ບໍ່ສາມາດຕັດແຍກອອກຈາກຈີນໄດ້. ໃນຂະນະດຽວກັນກໍປາດຖະນາທີ່ຈະຮ່ວມກັບຈີນ ຮັດແໜ້ນການໄປມາຫາສູ່ກັນລະຫວ່າງການນຳຂັ້ນສູງຢ່າງໃກ້ຊິດ, ເພີ່ມທະວີການຮ່ວມມືໃນຂົງເຂດຕ່າງໆເຊັ່ນ: ເສດຖະກິດການຄ້າ, ພະລັງງານ, ປັນຍາປະດິດແລະອື່ນໆ, ເສີມຂະຫຍາຍ ແລະ ເພີ່ມທະວີສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ຕັດຈິກິດສະຖານ-ຈີນຢ່າງບໍ່ຢຸດຢັ້ງ. ຕັດຈິກິດສະຖານຍິນດີຮ່ວມກັບຈີນປະສານງານຢ່າງໃກ້ຊິດ ແລະ ສະໜັບສະໜູນເຊິ່ງກັນແລະກັນໃນເວທີຫຼາຍຝ່າຍ.

ທ່ານຫວາງຢີ້ກ່າວວ່າ: ຈີນຕັ້ງໜ້າສະໜັບສະໜູນ 4 ຍຸດທະສາດໃຫຍ່ດ້ານການພັດທະນາຄື ພະລັງງານ, ຄົມມະນາຄົມ, ກະສິກຳ ແລະ ການຫັນເປັນອຸດສາຫະກຳ ທີ່ສະເໜີໂດຍທ່ານປະທານາທິບໍດີ, ຈີນໃຫ້ຄວາມສຳຄັນຕໍ່ຄວາມຮຽກຮ້ອງຕ້ອງການດ້ານການຮ່ວມມືຂອງຕັດຈິກິດສະຖານ, ສຸມກຳລັງເຂົ້າໃນການເປີດກວ້າງການຮ່ວມມືດ້ານອຸດສາຫະກຳຈະເລີນໃໝ່, ເພື່ອຊ່ວຍຕັດຈິກິດສະຖານຍົກລະດັບການພັດທະນາເສດຖະກິດໃຫ້ສູງຂຶ້ນ. ຈີນຍິນດີຮ່ວມກັບຕັດຈິກິດສະຖານລົງເລິກການຮ່ວມມືດ້ານຄວາມໝັ້ນຄົງ, ເດັດດ່ຽວປາບປາມລັດທິກໍ່ການຮ້າຍທຸກຮູບແບບ.