ປີ 2023 ຫໍພິພິທະພັນຈີນໄດ້ຕ້ອນຮັບຜູ້ຊົມ 1,29 ຕື້ເທື່ອຄົນ

2024-05-19 16:09:24 cri


ວັນທີ 18 ພຶດສະພານີ້, ກິດຈະກຳ “ວັນຫໍພິພິທະພັນສາກົນທີ 18 ພຶດສະພາປີ 2024” ຢູ່ຈີນໃນຫົວຂໍ້ຫຼັກວ່າ “ຫໍພິພິທະພັນສຸມກຳລັງໃນການສຶກສາແລະຄົ້ນຄວ້າ” ໄດ້ຈັດຂຶ້ນຢູ່ນະຄອນຊີ່ອ່ານແຂວງສ້ານຊີຂອງຈີນ. ພິທີເປີດກິດຈະກຳໃຫ້ຮູ້ວ່າ: ຕົວເລກສະຖິຕິຫຼ້າສຸດທີ່ອົງການວັດຖຸບູຮານແຫ່ງຊາດປະກາດນັ້ນສະແດງໃຫ້ເຫັນວ່າ: ປີ 2023 ຫໍພິພິທະພັນຈີນໄດ້ຕ້ອນຮັບຜູ້ຊົມ 1,29 ຕື້ເທື່ອຄົນ, ເປັນຕົວເລກສູງສຸດອີກຄັ້ງໃໝ່ໃນປະຫວັດສາດ, ໄດ້ຈັດງານວາງສະແດງຫຼາຍກວ່າ 40.000 ເທື່ອ ແລະ ກິດຈະກຳການສຶກສາຫຼາຍກວ່າ 380.000 ເທື່ອ; ໃນຕະຫຼອດປີ 2023, ຫໍພິພິທະພັນທີ່ຂຶ້ນທະບຽນໃໝ່ມີ 268 ແຫ່ງ, ຫໍພິພິທະພັນທີ່ໄດ້ຂຶ້ນທະບຽນໄວ້ໃນທົ່ວປະເທດມີເຖິງ 6.833 ແຫ່ງ.