ປະລິມານການຜະລິດຊີມັງຂອງຈີນເປັນອັນດັບທີໜຶ່ງຂອງໂລກເຖິງ 38 ປີລຽນຕິດ

2024-05-19 13:38:52 cri

    ລະຫວ່າງວັນທີ 18 ຫາ 19 ພຶດສະພານີ້, ກອງປະຊຸມຊີມັງໂລກຫຼື WCA ປະຈຳປີ 2024 ໄດ້ຈັດຂຶ້ນຢູ່ນະຄອນນານກິ່ງ ສປ ຈີນ, ກອງປະຊຸມແຈ້ງໃຫ້ຮູ້ວ່າ: ປີ 2023, ວິສາຫະກິດຂະໜາດໃຫຍ່ຂອງທົ່ວປະເທດຈີນໄດ້ຜະລິດຊີມັງລວມທັງໝົດປະມານ 2 ຕື້ 23 ລ້ານໂຕນ, ປະລິມານການຜະລິດຊີມັງຂອງຈີນໄດ້ກວມຫຼາຍກວ່າ 50% ຂອງໂລກ, ເປັນອັນດັບທີໜຶ່ງຂອງໂລກເຖິງ 38 ປີລຽນຕິດ.

    ທ່ານລັນ ຣິລີ CEO ຂອງສະມາຄົມຊີມັງໂລກທີ່ເຂົ້າຮ່ວມກອງປະຊຸມກ່າວວ່າ: ຜູ້ຊ່ຽວຊານ ແລະ ນັກວິຊາການຊີມັງຂອງຈີນມີຫຼາຍກວ່າຍອດຈຳນວນຜູ້ຊ່ຽວຊານ ແລະ ນັກວິຊາການຂອງເຂດແຄວນອື່ນໆໃນໂລກ. ເຕັກນິກຊີມັງຂອງຈີນກໍຄືທ່າແຮງດ້ານຕົ້ນທຶນຕ່ຳແມ່ນສາມາດເສີມຂະຫຍາຍບົດບາດສຳຄັນທີ່ສຸດໃນການຊ່ວຍໃຫ້ຂະແໜງການຊີມັງຂອງໂລກຫຼຸດການປ່ອຍກາກບອນດິອົກຊິດ, ແລະບັນລຸການພັດທະນາແບບຍືນຍົງຕາມທິດສີຂຽວ.