ຊອກຮູ້ບ່ອນເກີດອຸບັດເຫດຕົກຂອງເຮຣີກົບແຕທີ່ມີປະທານາທິບໍດີອີຣານໂດຍສານໄປນຳແລ້ວ

2024-05-20 11:27:21 cri


   ວັນທີ 20 ພຶດສະພານີ້, ຂ່າວສານທາງການຂອງອີຣານໄດ້ນຳເອົາຂ່າວຈາກສະຖານທີ່ກູ້ໄພມາລາຍງານວ່າ: ຜ່ານການວັດແທກທາງອາກາດ, ໄດ້ຮູ້ບ່ອນເກີດອຸບັດເຫດຕົກຂອງເຮຣີກົບແຕລຳ  ທີ່ມີທ່ານອິບຣາຮິມ ໄຣຊີ ປະທານາທິບໍດີອີຣານໂດຍສານໄປນຳນັ້ນແລ້ວ. ເຂດທີ່ເຮຣີກົບແຕຕົກແມ່ນຢູ່ເຂດ ທີຟີວ, ປັດຈຸບັນ ໜ່ວຍກູ້ໄພກຳລັງເດີນທາງໄປເຂດນີ້. ແຕ່ຂ່າວດັ່ງກ່າວ ຍັງບໍ່ທັນໄດ້ຮັບການຢືນຢັນຈາກຝ່າຍທາງການເທື່ອ.

   ວັນທີ 19 ພຶດສະພານີ້,ໂທລະພາບແຫ່ງຊາດອີຣານລາຍງານວ່າ: ເຮຣີກົບແຕທີ່ມີທ່ານອິບຣາຮິມ ໄຣຊີ ປະທານາທິບໍດີອີຣານໂດຍສານໄປນຳນັ້ນ ໄດ້ເກີດອຸບັດເຫດຕົກໃນເວລາລົງຈອດ ຢູ່ແຂວງອາຊາໄບຈັນຕາເວັນອອກຂອງອີຣານ.