ຈັດງານວາງສະແດງສິລະປະ “ຈາກນະຄອນຫຼວງປັກກິ່ງຮອດນະຄອນຫຼວງປາຣີີ——ການເດີນທາງແຫ່ງໂອລິມປິກຂອງສິລະປິນຈີນ”

2024-05-20 15:20:22 CRI

 

    ວັນທີ 19 ພຶດສະພານີ້, ທ່ານໂທມາສ ບາກ ປະທານຄະນະກໍາມະການໂອລິມປິກສາກົນໄດ້ເຂົ້າຮ່ວມພິທີໄຂງານວາງສະແດງສິລະປະ “ຈາກນະຄອນຫຼວງປັກກິ່ງຮອດນະຄອນຫຼວງປາຣີ——ການເດີນທາງແຫ່ງໂອລິມປິກຂອງສິລະປິນຈີນ” ຢູ່ນະຄອນຊຽງໄຮ້ຂອງຈີນ, ໂດຍມີທ່ານເຊີ້ນໄຫຊົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຄອມມູນິດຈີນ, ຜູ້ອໍານວຍການໃຫຍ່ວິທະຍຸໂທລະພາບສູນກາງຈີນເຂົ້າຮ່ວມ.

 

    ງານວາງສະແດງສິລະປະດັ່ງກ່າວແມ່ນວິທະຍຸໂທລະພາບສູນກາງຈີນເປັນເຈົ້າພາບຈັດຂຶ້ນ. ກ່ອນໜ້ານີ້, ງານວາງສະແດງສິລະປະ “ຈາກນະຄອນຫຼວງປັກກິ່ງຮອດນະຄອນຫຼວງປາຣ,ການເດີນທາງແຫ່ງໂອລິມປິກຂອງສິລະປິນຈີນ-ຝຣັ່ງ” ທີ່ຮ່ວມກັນຈັດໂດຍວິທະຍຸໂທລະພາບສູນກາງຈີນ, ຄະນະກໍາມະການໂອລິມປິກ ແລະ ກິລາແຫ່ງຊາດຝຣັ່ງ, ສະຫະພັນບານເຕະອາຊີບຝຣັ່ງ ແລະ ອົງການສິລະປະຫຼາຍແຫ່ງຂອງຝຣັ່ງ ໄດ້ຈັດຂຶ້ນຢູ່ນະຄອນຫຼວງປາຣີຂອງຝຣັ່ງຢ່າງຈົບງາມໂດຍໄດ້ຮັບຄວາມນິຍົມຊົມຊອບຫຼາຍ, ງານວາງສະແດງຄັ້ງນີ້ແມ່ນໜຶ່ງໃນກິດຈະກໍາແລກປ່ຽນວັດທະນະທໍາ ແລະ ກິລາຕ່າງໆ.


 

    ຕາມຂ່າວລາຍງານວ່າ: ງານວາງສະແດງສິລະປະດັ່ງກ່າວໄດ້ສະແດງ 68 ຜົນງານຂອງສິລະປິນຊື່ດັງຈີນ 62 ທ່ານພ້ອມດ້ວຍເຄື່ອງລໍ້າຄ່າທີ່ສຸດ 11 ຢ່າງຂອງຫໍພິພິທະພັນກິລາຊຽງໄຮ້.