ນາຍົກລັດຖະມົນຕີສະໂລວາກີໄດ້ພົ້ນຂີດອັນຕະລາຍຊີວິດແລ້ວ

2024-05-20 15:26:49 CRI

    ວັນທີ 19 ພຶດສະພານີ້, ໂຮງໝໍສະໂລວາກີເປີດເຜີຍໃຫ້ຮູ້ວ່າ: ທ່ານໂຣເບີດ ຟີໂກ ນາຍົກລັດຖະມົນຕີສະໂລວາກີທີ່ໄດ້ຮັບບາດເຈັບຈາກເຫດການລອບຍິງນັ້ນໄດ້ພົ້ນຂີດອັດຕະລາຍແລ້ວ.

 

    ໃນມື້ດຽວກັນ, ທ່ານ ໂຣເບີດ ກາລີອາກ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງປ້ອງກັນປະເທດສະໂລວາກີກ່າວວ່າ: ສະຂະພາບຂອງທ່ານໂຣເບີດ ຟີໂກ ຈະຟື້ນຟູຄືນຢ່າງໜ້ອຍຕ້ອງໃຊ້ເວລາຫຼາຍອາທິດ ແລະ ບໍ່ມີແຜນຍ້າຍໄປໂຮງໝໍອື່ນໃນໄວໆນີ້.


 

    ທ່ານໂຣເບີດ ຟີໂກ ໄດ້ຮັບບາດເຈັບຍ້ອນຖືກລອບຍິງຢູ່ເຂດແຕຣນອິນທາງ ພາກກາງຂອງສະໂລວາກີໃນວັນທີ 15 ພຶດສະພານີ້, ຫຼັງຈາກນັ້ນໄດ້ຖືກນຳຕົວສົ່ງໂຮງໝໍດ້ວຍເຮຣິກອບແຕ ແລະ ໄດ້ຜ່າຕັດ 2 ເທື່ອ.

 

    ຜູ້ຕ້ອງສົງໄສທີ່ລອບຍິງທ່ານໂຣເບີດ ຟີໂກ ແມ່ນເພດຊາຍອາຍຸ 71 ປີ ໄດ້ຖືກຕໍາຫຼວດຄວບຄຸມຕົວແລ້ວ.