“ພວກເຮົາທຸກຄົນແມ່ນເດັກນ້ອຍທີ່ເພິ່ນຮັກແພງ”: ເລື່ອງລາວຂອງທ່ານສີຈິ້ນຜິງກັບເດັກພິການ

2024-05-20 15:31:52 cri

ໃນຕົ້ນປີ 2024, ຢູ່ນະຄອນຮໍຮອດເຂດປົກຄອງຕົນເອງມົງໂກໃນຂອງຈີນ, ນາງຫວາງຢານີ ຜູ້ພິການຫູໜວກປາກກືກໄດ້ແຕ່ງບົດສອນໃນສົກຮຽນໃໝ່.


ການເປັນຄູສອນແມ່ນຄວາມໃຝ່ຝັນມາຕັ້ງແຕ່ຍາມນ້ອຍຂອງນາງ, ສິ່ງທີ່ເຮັດໃຫ້ຄວາມໃຝ່ຝັນນີ້ແຈ້ງຂຶ້ນແມ່ນການພົບກັບທ່ານສີຈິ້ນຜິງຄັ້ງໜຶ່ງເມື່ອຫຼາຍປີກ່ອນ.

ໃນໄລຍະໃກ້ຈະຮອດບຸນກຸດຈີນປີ 2014, ທ່ານສີຈິ້ນຜິງໄດ້ເດີນທາງໄປຢ້ຽມຢາມເດັກນ້ອຍຢູ່ໂຮງລ້ຽງເດັກອະນາຖາທີ່ນະຄອນຮໍຮອດ. ນາງຫວາງຢານີແມ່ນໜຶ່ງໃນເດັກນ້ອຍເຫຼົ່ານີ້.

ເມື່ອຫວນຄືນເຖິງບັນຍາກາດເມື່ອ 10 ປີກ່ອນ, ນາງຫວາງຢານີຍັງຈື່ຈຳໄດ້ດີຫຼາຍ. ນາງເວົ້າວ່າ: “ເມື່ອໄດ້ເຫັນພໍ່ເຖົ້າສີ, ຂ້ອຍຈື່ເພິ່ນທັນທີເລີຍ. ຂ້ອຍຕື່ນເຕັ້ນດີໃຈຫຼາຍ. ເພາະວ່າບໍ່ເຄີຍຄິດເລີຍວ່າໃກ້ຈະຮອດບຸນກຸດຈີນແລ້ວ ພໍ່ເຖົ້າສີຍັງມາຢາມພວກເຮົາເປັນການສະເພາະ.”



ຢູ່ໂຮງລ້ຽງເດັກອະນາຖາ, ທ່ານສີຈິ້ນຜິງໄດ້ໂອ້ລົມກັບພວກເດັກນ້ອຍຢ່າງສະໜິດສະໜົມ. ເພິ່ນໄດ້ເປີດເບິ່ງປື້ມພາສາມືແລະອາລະບ້ຳຮູບຂອງນາງຫວາງຢານີ,  ແລ້ວໄດ້ໃຫ້ກຳລັງໃຈແກ່ນາງຈົ່ງພະຍາຍາມຮຽນໜັງສືເພື່ອມີຜົນສຳເລັດໃນການຮ່ຳຮຽນ.

ນາງວາງຢານີຟັງແລ້ວໄດ້ແດ່ມືຂວາອອກແລ້ວງໍໂປ້ມືເຂົ້າ ເພື່ອສະແດງຄວາມຂອບໃຈ.



ທ່ານສີຈິ້ນຜິງກໍໄດ້ໃຊ້ໂປ້ມືເຮັດນຳ ທັງເວົ້າດ້ວຍຄວາມຍີ້ມແຍ້ມແຈ່ມໃສວ່າ: “ນີ້ແມ່ນ “ດີ”, ງໍໂປ້ມືເຂົ້າແມ່ນ “ຂອບໃຈ” ເນາະ.”



ຢູ່ໃນຫ້ອງຝຶກຊ້ອມຂອງໂຮງລ້ຽງເດັກອະນາຖາ, ທ່ານສີຈິ້ນຜິງໄດ້ນັ່ງຢ່ອງຢໍ້ອູ້ມເດັກນ້ອຍຄົນໜຶ່ງແລ້ວຢືນຂຶ້ນ.

 “ຈິດໃຈທີ່ຮູ້ບຸນຄຸນ, ຂອບໃຈທີ່ມີທ່ານ….” ພວກເດັກນ້ອຍທັງເຮັດທ່າທາງທັງຮ້ອງເພງທີ່ມີຊື່ວ່າ: ຈິດໃຈທີ່ຮູ້ບຸນຄຸນ. ສຽງເພງທີ່ອອນຊອນມ່ວນຫູ ເຮັດໃຫ້ຫຼາຍຄົນມີນ້ຳຕາເຕັມເບົ້າ.

ທ່ານສີຈິ້ນຜິງເວົ້າດ້ວຍຄວາມປະທັບໃຈວ່າ: “ການມີຈິດໃຈທີ່ຮູ້ບຸນຄຸນແມ່ນສຳຄັນຫຼາຍ, ທົ່ວສັງຄົມຄວນມີຄວາມຮັກຄວາມແພງຕໍ່ເດັກນ້ອຍໂດຍສະເພາະແມ່ນເດັກກຳພ້າແລະເດັກພິການ, ຮ່ວມກັນພະຍາຍາມເຮັດໃຫ້ເຂົາເຈົ້າເຕີບໃຫຍ່ຂຶ້ນຢ່າງມີສຸຂະພາບແຂງແຮງ, ໃຫ້ເຂົາເຈົ້າສຳຜັດໄດ້ກັບຄວາມອົບອຸ່ນຂອງວົງຄະນາຍາດສັງຄົມນິຍົມ.”

 “ພໍ່ເຖົ້າສີເຮັດໃຫ້ຂ້ອຍຮັບຮູ້ວ່າ: ພວກເຮົາທຸກຄົນແມ່ນເດັກນ້ອຍທີ່ເພິ່ນຮັກແພງ, ທຸກຄົນຄວນພະຍາຍາມສູ້ຊົນເພື່ອຄວາມໃຝ່ຝັນຂອງຕົນ.” ຫຼັງຈາກຮຽນຈົບຈາກໂຮງຮຽນການສຶກສາສຳລັບຄົນພິການນະຄອນຮໍຮອດແລ້ວ, ນາງຫວາງຢານີໄດ້ສຶກສາວິຊາຊີບຢູ່ໂຮງຮຽນເສີມສວຍ. ຕອນນີ້ນາງກາຍເປັນຄູສອນເສີມສວຍຢູ່ໂຮງຮຽນການສຶກສາສຳລັບຄົນພິການນະຄອນຮໍຮອດແລ້ວ. ຢູ່ໃນໃຈຂອງນາງ, ກຳລັງໃຈທີ່ໄດ້ຮັບຈາກທ່ານສີຈິ້ນຜິງເມື່ອຫຼາຍປີກ່ອນ ໄດ້ກາຍເປັນແຮງຂັບເຄື່ອນຂອງນາງເພື່ອຊ່ວຍເຫຼືອເດັກພິການຫຼາຍກວ່າເກົ່າປ່ຽນແປງຊາຕາກຳຂອງຕົນ.