ທ່ານສີຈິ້ິນຜິງສົ່ງສານສະແດງຄວາມໄວ້ອາໄລເຖິງຮອງປະທານາທິບໍດີຜູ້ທີໜຶ່ງຂອງອີຣານ

2024-05-20 17:58:01 CRI

    ວັນທີ 20 ພຶດສະພານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງສານສະແດງຄວາມໄວ້ອາໄລເຖິງທ່ານມູຮຳເມັດ ມອກເບີ ຮອງປະທານາທິບໍດີຜູ້ທີໜຶ່ງຂອງອີຣານຕໍ່ກໍລະນີທ່ານອັບຣາຮິມ ໄຣຊີ ປະທານາທິບໍດີອີຣານເສຍຊີວິດຈາກອຸບັດເຫດເຮຣິກອບແຕຕົກ.ເນື້ອໃນສານຂອງ ທ່ານສີຈິ້ນຜິງລະບຸວ່າ:ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນຈີນສະແດງຄວາມໄວ້ອາໄລຢ່າງສຸດຊຶ້ງ, ສະແດງຄວາມເສຍໃຈຕໍ່ທ່ານຮອງປະທານາທິບໍດີຜູ້ທີໜຶ່ງມູຮຳເມັດ ມອກເບີ, ຍາດພີ່ນ້ອງຂອງທ່ານປະທານາທິບໍດີອັບຣາຮິມ ໄຣຊີ ພ້ອມດ້ວຍລັດຖະບານແລະ ປະຊາຊົນອີຣານ.

 

    ເນື້ອໃນສານຂອງທ່ານສີຈິ້ນຜິງຊີ້ອອກວ່າ: ນັບແຕ່ທ່ານປະທານາທິບໍດີອັບຣາຮິມໄຣຊີຂຶ້ນຮັບຕຳແໜງເປັນຕົ້ນມາ, ໄດ້ປະກອບສ່ວນສຳຄັນເພື່ອຮັກສາຄວາມໝັ້ນຄົງຂອງອີຣານ ແລະ ຊຸກຍູ້ປະເທດໃຫ້ຈະເລີນກ້າວໜ້າ, ໄດ້ທຳຄວາມພະຍາຍາມຢ່າງຕັ້ງໜ້າເພື່ອພັດທະນາການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຈີນ-ອີຣານໃຫ້ລົງສູ່ລວງເລິກ. ການເສຍຊີວິດຂອງທ່ານໄຣຊີແມ່ນການສູນເສຍອັນໃຫຍ່ຫຼວງຂອງປະຊາຊົນອີຣານ,ເຮັດໃຫ້ປະຊາຊົນຈີນສູນເສຍເພື່ອນມິດທີ່ດີຜູ້ໜຶ່ງ. ລັດຖະບານ ແລະປະຊາຊົນຈີນທະນຸຖະໜອມມິດຕະພາບອັນມີມູນເຊື້ອລະຫວ່າງຈີນກັບ ອີຣານທີ່ສຸດ, ເຊື່ອໝັ້ນວ່າພາຍໃຕ້ຄວາມພະຍາຍາມຮ່ວມລະຫວ່າງສອງປະເທດ, ການພົວພັນຄູ່ຮ່່ວມຍຸດທະສາດຮອບດ້ານຈີນ-ອີຣານຍ່ອມຈະໝັ້ນຄົງ ແລະ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.