
ວັນທີ 19 ພຶດສະພານີ້, ທ່ານໂທມາສ ບາ ປະທານຄະນະກຳມະການໂອລິມປິກສາກົນໄດ້ເຄື່ອນໄຫວຢ້ຽມຢາມສູນຂ່າວສາກົນທີ່ນະຄອນຊຽງໄຮຂອງວິທະຍຸໂທລະພາບສູນກາງຈີນ ຫຼື CMG, ຮ່ວມກັບທ່ານເຊີ້ນໄຫຊົງ ຮອງຫົວໜ້າຄະນະໂຄສະນາອົບຮົມຂອງສູນກາງພັກຄອມມູນິດຈີນ ຜູ້ອຳນວຍການໃຫຍ່ CMG ແລະໄດ້ມອບປ້າຍໃຫ້ແກ່ຄະນະຖ່າຍທອດງານກິລາໂອລິມປິກປາຣີຂອງ CMG.

ໃນເວລາມີຄຳເຫັນ, ທ່ານເຊີ້ນໄຫຊົງກ່າວວ່າ: ໃນຖານະທີ່ເປັນສື່ມວນຊົນແບບສັງລວມສາກົນຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ, CMGຈະອອກແຮງສຸດຂີດປະຕິບັດໜ້າທີ່ຂອງອົງການຖ່່າຍທອດຫຼັກງານກິລາໂອລິມປິກປາຣີ ແລະ ສື່ມວນຊົນທີ່ໄດ້ຮັບລິຂະສິດຖ່າຍທອດດ້ວຍສາລະພັດສື່. CMG ໄດ້ກຽມພ້ອມຕໍ່ງານກິລາໂອລິມປິກປາຣີ, ຈະສົ່ງຄະນະຖ່າຍທອດ ແລະ ລາຍງານຂ່ວທີ່ເຂັ້ມແຂງທີ່ສຸດ ເພື່ອເຜີຍແຜ່ການແຂ່ງຂັນກິລາໂອລິມປິກທີ່ໜ້າຊົມດ້ວຍເຕັກນິກການຖ່າຍທອດການແຂ່ງຂັນລະດັບສູງສຸດຢູ່ໃນໂລກ.

ທ່ານໂທມາສ ບາກ່າວວ່າ: ເຊື່ອໝັ້ນວ່າຈາກປະສົບການດ້ານການຮ່ວມມືໃນໄລຍະຜ່ານມາລະຫວ່າງສອງຝ່າຍ ພ້ອມດ້ວຍຄວາມສາມາດດ້ານການຖ່າຍທອດງານກິລາລະດັບສູງສຸດຢູ່ໃນໂລກຂອງ CMG ຍ່ອມຈະຊ່ວຍສ້າງຜົນງານການຖ່າຍທອດງານກິລາໂອລິມປິກທີ່ດີງາມອີກຄັ້ງໜຶ່ງ ແລະ ປະກອບສ່ວນຫຼາຍກວ່າເກົ່າເພື່ອສົ່ງເສີມນ້ຳໃຈໂອລິກປິກ!

ໃນໄລຍະຈັດກິດຈະກຳເທື່ອນີ້, CMG ຍັງໄດ້ປະກາດເຄື່ອງໝາຍການລາຍງານຂ່າວງານກິລາໂອລິມປິກປາຣີຂອງຕົນ.